(ພາບປະກອບ: THX/TTXVN)

ໃນການໂອ້ລົມທາງໂທລະສັບໃນວັນທີ 04 ມັງກອນ, ທ່ານລັດຖະມົນຕີການຕ່າງປະເທດ ອີຢິບ Badr Abdelatty ແລະ ທ່ານລັດຖະມົນຕີການຕ່າປະເທດ ລີບັງ Abdallah Bou Habib ຮຽກຮ້ອງປະຕິບັດວິວັດການມອບໂອນການເມືອງຢູ່ ຊີຣີ ໂດຍບໍ່ມີການແຊກແຊງຂອງຕ່າງປະເທດ. ລັດຖະມົນຕີການຕ່າງປະເທດ 2 ທ່ານໄດ້ເນັ້ນໜັກເຖິງຄວາມສຳຄັນ ຂອງການສະໜັບສະໜູນເຈດຈຳນົງຂອງປະຊາຊົນ ຊີຣີ, ປົກປ້ອງສັບສົມບັດ, ຄວາມເອກະພາບ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດນີ້, ກໍຄືຄວາມຈຳເປັນຂອງວິວັດການມອບ - ຮັບດ້ານການເມືອງຢ່າງຮອບດ້ານໂດຍ ຊີຣີ ນຳພາ.

ໃນຖະແຫຼງການ, ກະຊວງການຕ່າງປະເທດ ອີຢິບ ໃຫ້ຮູ້ວ່າ, 2 ຝ່າຍກໍ່ສາມາດປຶກສາຫາລືກ່ຽວກັບຄວາມຈຳເປັນຂອງເລື່ອງຈັດການເລືອກຕັ້ງປະທານາທິບໍດີຢູ່ ລີບັງ, ເພື່ອທຳລາຍສະພາບບໍ່ມີທາງອອກດ້ານການເມືອງຢູ່ປະເທດນີ້ ຍ້ອນການແບ່ງແຍກໃນສະພາແຫ່ງຊາດ.