ວັນທີ 30 ມິຖຸນາ, ສະຫະພາບເອີລົບ (ອີຢູ) ແລະ ຢູແກຼນ ບັນລຸໄດ້ບົດບັນທຶກຄວາມເຂົ້າໃຈກ່ຽວກັບເລື່ອງສຳຫລວດກວດກາ ແລະ ຫັນເຂດການຄ້າເສລີ ຢ່າງເລິກເຊິ່ງກວ້າງຂວາງ ແລະ ຮອບດ້ານ (DCFTA), ແມ່ນສ່ວນຫນຶ່ງທີ່ສຳຄັນໃນສັນຍາຮ່ວມສຳພັນລະຫວ່າງສອງຝ່າຍ. ການກະທຳນີ້ສ້າງ ຂີດໝາຍບາດກ້າວເດີນຍຸດທະສາດໃນການພົວພັນດ້ານເສດຖະກິດ ອີຢູ - ຢູແກຼນ ພ້ອມທັງສະແດງໃຫ້ເຫັນຄຳໝັ້ນສັນຍາຍາວນານ, ຍືນຍົງ ຂອງ ອີຢູ ໃນການຫນູນຊ່ວຍ ຢູແກຼນ ເຊື່ອມໂຍງຢ່າງເລິກກວ້າງເຂົ້າຕະຫລາດລວມ ເອີລົບ ກວ່າ.
ຂໍ້ຕົກລົງໃຫມ່ ບໍ່ສະເພາະແມ່ນການດັດປັບດ້ານເຕັກນິກ ພາຍຫລັງກວ່າ ຫນຶ່ງທົດສະວັດແຫ່ງການປະຕິບັດ DCFTA ເທົ່ານັ້ນ ຫາກຍັງມີຄວາມໝາຍຍຸດທະສາດໃນ ວິວັດການເຊື່ອມໂຍງຢ່າງຮອບດ້ານຂອງ ຢູແກຼນ ເຂົ້າ ອີຢູ. ທ່ານນາງ Ursula von der Leyen ປະທານ ຄະນະກຳມະການເອີລົບ ຢືນຢັນ: ຂໍ້ຕົກລົງຫັນເປັນທັນສະໄຫມນີ້ ບໍ່ພຽງແຕ່ຮັບປະກັນກະແສດ້ານການຄ້າຈາກ ຢູແກຼນ ມາຍັງ ເອີລົບ ແລະ ບັນດາຕະຫລາດທົ່ວໂລກເທົ່ານັ້ນ ຫາກຍັງແມ່ນສັນຍາລັກໃຫ້ແກ່ຄວາມສາມັກຄີເສດຖະກິດກັບ ຢູແກຼນ ອີກດ້ວຍ.
