ກອງປະຊຸມຄັ້ງທີ 23 ຂອງບັນດາຜູ້ຕາງໜ້າພິເສດຂອງສອງປະເທດ ໄດ້ດຳເນີນຢູ່ນະຄອນຫຼວງ ປັກກິ່ງ, ຈີນ ໃນວັນທີ 18 ທັນວາ (ພາບ: ກະຊວງການຕ່າງປະເທດ) |
ອິນເດຍ ແລະ ຈີນ ຢັ້ງຢືນຄືນຄຳໝັ້ນສັນຍາຊຸກຍູ້ເລື່ອງຟື້ນຟູຄືນບັນດາການເຄື່ອນໄຫວກັບຄືນສູ່ບ້ານເກີດ ຂອງປະຊາຊົນ, ການຮ່ວມມືກ່ຽວກັບແມ່ນ້ຳລຳເຊຂ້າມຊາຍແດນ ແລະ ການຄ້າຊາຍແດນຢູ່ດ່ານຊາຍແດນສອງຝ່າຍ. ນີ້ແມ່ນໝາກຜົນຂອງກອງປະຊຸມຄັ້ງທີ 23 ຂອງບັນດາຜູ້ຕາງໜ້າພິເສດຂອງສອງປະເທດ ເຊິ່ງໄດ້ດຳເນີນຢູ່ນະຄອນຫຼວງ ປັກກິ່ງ, ຈີນ.
ໃນກອງປະຊຸມ, ບັນດາຜູ້ຕາງໜ້າພິເສດຂອງ ອິນເດຍ ແລະ ຈີນ ຢ້ຳຄືນຄວາມສຳຄັນຂອງການຮັກສາທັດສະນະການເມືອງກ່ຽວກັບສາຍພົວພັນສອງຝ່າຍໂດຍລວມໃນຂະນະທີ່ຊອກຫາກອບການຮ່ວມມືໜຶ່ງທີ່ມີຄວາມຍຸຕິທຳ, ສົມເຫດສົມຜົນ ແລະ ທັງສອງຝ່າຍລ້ວນແຕ່ຍອມຮັບເພື່ອແກ້ໄຂບັນຫາຊາຍແດນ ແລະ ຕັດສິນໃຈຊຸກຍູ້ວິວັດທະນາການນີ້ໃຫ້ໄວກວ່າອີກ. ຜູ້ຕາງໜ້າພິເສດສອງຝ່າຍ ຢັ້ງຢືນວ່າ ຈະສືບຕໍ່ປະຕິບັດຂໍ້ຕົກລົງຖອນກຳລັງທະຫານສະບັບຫຼ້າສຸດຢ່າງຕັ້ງໜ້າ, ເພື່ອຟື້ນຟູການເຄື່ອນໄຫວລາດຕະເວນຊາຍແດນ ແລະ ການປ່ອຍສັດລ້ຽງຢູ່ຂົງເຂດທີ່ກ່ຽວຂ້ອງ.
ຟານຕຸ່ງ, ນັກຂ່າວ VOV ປະຈຳ ອິນເດຍ

