ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອິນເດຍ Rajnath Singh (ພາບ: REUTERS/Florence Lo) |
ວັນທີ 26 ມິຖຸນາ, ອິນເດຍ ປະຕິເສດການເຊັນຖະແຫຼງການຮ່ວມຢູ່ ກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດ ອົງການຮ່ວມມື ຊຽງໄຮ (SCO) ທີ່ໄດ້ຈັດຂຶ້ນຢູ່ ຈີນ ຍ້ອນຄວາມບໍ່ລົງລອຍກັນກ່ຽວກັບບັນດາເນື້ອໃນຕ້ານການກໍການຮ້າຍ. ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອິນເດຍ Rajnath Singh ຍົກອອກສາຍເຫດທີ່ວ່າ “ຖະແຫຼງການຮ່ວມ ຂາດຄວາມດຸ່ນດ່ຽງກ່ຽວກັບເນື້ອໃນຕ້ານການກໍການຮ້າຍ”. ທ່ານເນັ້ນໜັກເຖິງເລື່ອງບໍ່ເວົ້າເຖິງເຫດຄາດຄະກຳຢູ່ ອິນເດຍໃນວັນທີ 22 ເມສາ ເຮັດໃຫ້ 26 ຄົນເສຍຊີວິດ ແມ່ນບໍ່ອາດຍອມຮັບໄດ້”. ໃນຂະນະນັ້ນ, ເອກະສານພັດເຕື້ອງເຖິງສະພາບການຂາດສະຖຽນລະພາບຢູ່ແຂວງ Balochistan, ຢູ່ປາກິດສະຖານ ເຊິ່ງແມ່ນຂົງເຂດທີ່ Islamabad ເຄີຍ ກ່າວຫາອິນເດຍ ແຊກແຊງເຂົ້າ.
ຢູ່ກອງປະຊຸມ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອິນເດຍ ກໍ່ກ່າວເຕືອນກ່ຽວກັບບັນດາປະເທດ “ຫັນລັດທິກໍ່ການຮ້າຍຂ້າມຊາຍແດນກາຍເປັນເຄື່ອງມືນະໂຍບາຍ” ແລະ ຕຳໜິຕິຕຽນ “ມາດຕະຖານຄູ່” ໃນການຕໍ່ສູ້ຕ້ານການກໍການຮ້າຍ. ເຖິງວ່າບໍ່ໄດ້ເວົ້າລະອຽດ ແຕ່ບັນດາການຖະແຫຼງນີ້ໄດ້ຮັບຖືວ່າເລັ່ງໃສ່ ປາກິດສະຖານ, ໜຶ່ງໃນບັນດາປະເທດສະມາຊິກ SCO ແລະ ແມ່ນຄູ່ຮ່ວມມືຍຸດທະສາດຂອງ ຈີນ.

