ກຳລັງກູ້ໄພກູ້ຊີບ ອິນເດຍ ຊອກເຫັນເຄື່ອງບັນທຶກສຽງຫ້ອງບັນຊາເຮືອບິນ
(ພາບປະກອບ: REUTERS/Amit Dave)

ຕອນຄ່ຳວັນທີ 13 ມິຖຸນາ, ກຳລັງກູ້ໄພກູ້ຊີບ ອິນເດຍ ຊອກເຫັນເຄື່ອງບັນທຶກສຽງຫ້ອງບັນຊາເຮືອບິນ (ກັບດຳ) ຂອງເຮືອບິນ Boeing 787 Dreamliner ໝາຍເລກ AI-171 ຂອງບໍລິສັດການບິນ Air India ຖຶກຕົກກ່ອນນັ້ນ 1 ວັນຢູ່ນະຄອນ Ahmedabad, ລັດ Gujarat. ບັນດາພາລະກອນຂອງກົມສືບສວນອຸບັດຕິເຫດເຮືອບິນ ຊອກເຫັນກັບດຳຢູ່ເທິງຕຶກຫໍພັກ ບ່ອນທີ່ເຮືອບິນຕຳໃສ່. ສະນັ້ນ, ການສືບສວນລົງເລິກກ່ຽວກັບສາຍເຫດຂອງອຸບັດຕິເຫດໄດ້ເລີ່ມດຳເນີນ ດ້ວຍເລື່ອງຊອກເຫັນກັບດຳນີ້. ນີ້ແມ່ນອຸບັດຕິເຫດມີຜູ້ເສຍຊີວິດຫຼາຍທີ່ສຸດໃນປະຫວັດສາດຂອງການບິນ ອິນເດຍ. ກຸ່ມບໍລິສັດ Tata, ເຈົ້າຂອງແມ່ນບໍລິສັດການບິນ Air India, ຖະແຫຼງຊົດເຊີຍປະມານ 850.000 USD ໃຫ້ແກ່ຄອບຄົວມີຜູ້ເສຍຊີວິດ.