ທ່ານ Han Duck Soo ຮັກສາການປະທານາທິບໍດີ ສ.ເກົາຫຼີ (ພາບ: Yonhap/TTXVN) |
ວັນທີ 14 ທັນວາ, ທ່ານ Han Duck Soo ຮັກສາການປະທານາທິບໍດີ ສ.ເກົາຫຼີ ຖະແຫຼງວ່າ ຈະມານະພະຍາຍາມບໍລິຫານລັດຈົນສຸດຄວາມສາມາ. ຄຳປາໄສຂອງທ່ານ Han Duck Soo ໄດ້ຍົກອອກມາພາຍຫຼັງທີ່ສະພາແຫ່ງຊາດ ສ.ເກົາຫຼີ ປ່ອນບັດຮັບຮອງເອົາການພິຈາລະນາໂທດຂອງທ່ານປະທານາທິບໍດີ Yoon Suk Yeol ແລະ ມອບໃຫ້ທ່ານ Han Duck Soo ດຳລົງຕຳແໜ່ງເປັນຮັກສາການປະທານາທິບໍດີ. ເມື່ອກ່າວຄຳເຫັນຕໍ່ວົງການສື່ມວນຊົນ, ທ່ານ Han Duck Soo ໃຫ້ຮູ້ວ່າ, ໃນສະເພາະໜ້າ, ທ່ານຈະອອກຄຳສັ່ງໂດຍດ່ວນ ຮຽກຮ້ອງໃຫ້ກອງທັບ ສ.ເກົາຫຼີ ເພີ່ມທະວີຄວາມລະມັດລະວັງ ແລະ ກຽມພ້ອມຮັບມືກັບທຸກກໍລະນີວິກິດການ ທີ່ອາດຈະເກີດຂຶ້ນ. ທ່ານກໍຮຽກຮ້ອງໃຫ້ບັນດາອົງການການທູດ ຮັກສາການຕິດຕໍ່ພົວພັນກັບ ຍີ່ປຸ່ນ ແລະ ຈີນ ຢ່າງແໜ້ນແຟ້ນ, ພ້ອມທັງປະກາດຢ່າງກວ້າງຂວາງ ຜ່ານສະຖານທູດບັນດາປະເທດວ່າ ແນວທາງການຕ່າງປະເທດຂອງ ສ.ເກົາຫຼີ ຈະບໍ່ມີການປ່ຽນແປງ. ຕາມແຜນການແລ້ວ, ທ່ານ Han Duck Soo ຈະຈັດກອງປະຊຸມລັດຖະບານ ເພື່ອປຶກສາຫາລືກ່ຽວກັບບັນດາບັນຫາຄວາມໝັ້ນຄົງຮີບດ່ວນ ແລະ ກ່າວຄຳເຫັນຕໍ່ໜ້າມະຫາຊົນ.

