ການນຳທະຫານເຂດ 4 ຖະຫວາຍທຽນ ໄວ້ອາໄລນັກຮົບວິລະຊົນທີ່ເສຍສະຫຼະຊີວິດ (ພາບ: TTXVN ) |
ກ່າວຄຳເຫັນທີ່ພິທີ, ຜູ້ຕາງໜ້າຄະນະກຳມະການ ປະຊາຊົນແຂວງກ໋ວາງຈິ ໃຫ້ຮູ້ວ່າ: ນີ້ແມ່ນຄັ້ງທີ 34, ແຂວງ ກ໋ວາງຈິ ຈັດຕັ້ງພິທີຮັບອັດຖິນັກຮົບທີ່ເສຍສະຫຼະຊີວິດ (ນັບແຕ່ປີ 1993 ມາຮອດປັດຈຸບັນ), ຢັ້ງຢືນເຖິງບົດບາດຄວາມຮັບຜິດຊອບຂອງອົງຄະນະພັກ, ອຳນາດການປົກຄອງ, ປະຊາຊົນແຂວງກ໋ວາງຈິ ຕໍ່ບັນດາຜູ້ທີ່ໄດ້ເສຍສະຫຼີເລືອດເນື້ອຂອງຕົນເພື່ອເອກະລາດແຫ່ງຊາດ, ເພື່ອຄວາມຜາສຸກຂອງປະຊາຊົນ, ເພື່ອພາລະກິດສາກົນອັນສູງສົ່ງ. ຊຸມປີຜ່ານມາ, ທາງແຂວງກ໋ວາງຈິ ໄດ້ພ້ອມກັບອຳນາດການປົກຄອງທຸກຂັ້ນ ແລະ ປະຊາຊົນລາວ ບັນດາເຜົ່າ ຜັນຂະຫຍາຍວຽກງານຄົ້ນຫາ ແລະ ນຳອັດຖິນັກຮົບເສຍສະຫຼະຊີວິດນັບພັນຊຸດກັບເມືອບ້ານເກີດເມືອງນອນ, ປະເທດຊາດ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

