ວັນທີ 1 ທັນວາ, ກະຊວງການຕ່າງປະເທດ ລັດເຊຍ ໄດ້ອອກສຽງ ຕຳໜິ້ຕິຕຽນຄຳກ່າວປາໄສຂອງທ່ານ Giuseppe Cavo Dragone, ປະທານອົງການ ນາໂຕ ກ່ຽວກັບການປະຕິບັດ “ບາດຄອ້ນຢັບຢັ້ງ” ເລັ່ງໃສ່ ລັດເຊຍ. ທ່ານ Maria Zakharova ໂຄສົກ ກະຊວງການຕ່າງປະເທດ ລັດເຊຍ ໃຫ້ຮູ້ວ່າ: ບັນດາຄຳກ່າວປາໄສຂອງທ່ານ Giuseppe ແມ່ນບໍ່ເໝາະສົມ ແລະ ອາດຈະສົ່ງຜົນສະທ້ອນເຖິງຄວາມມານະພະຍາຍາມແກ້ໄຂການປະທະກັນຢູ່ ຢູແກຼນ. ກະຊວງການຕ່າງປະເທດ ລັດເຊຍ ກໍ່ໄດ້ປະຕິເສດບັນດາຄຳກ່າວຫາໂດຍຖືວ່າ ລັດເຊຍພວມເພີ່ມທະວີການນາຍຂູ່ນິວເຄຼຍ ແລະ ຢືນຢັນວ່າ ປະເທດນີ້ ຍັງຄົງຕິດຕາມກວດກາການເຄື່ອນໄຫວດ້ານການທະຫານຂອງ ນາໂຕ ແລະ ອີຢູ ຢູ່ເຂດມໍ່ກັບຊາຍແດນ.

ວັນທີ 2 ທັນວາ, ທ່ານ Steve Witkoff ທູດພິເສດຂອງ ອາເມລິກາ ໄດ້ພົບປະກັບທ່ານ Vladimir Putin ປະທານາທິບໍດີ ລັດເຊຍ ຢູ່ ມົດສະກູ.