ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ ຕິດຫຼຽນໄຊແຮງງານຊັ້ນໜຶ່ງມອບໃຫ້ກະຊວງວິທະຍາສາດ ແລະ ເຕັກໂນໂລຢີ (ພາບ: VOV) |
ຕອນບ່າຍວັນທີ 29 ກັນຍາ,ຢູ່ຮ່າໂນ້ຍ, ກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ຈັດພິທີສະເຫຼີມສະຫຼອງ 80 ປີແຫ່ງວັນຄົບຮອບຂອງຂະແໜງໄປສະນີໂທລະຄົມມະນາຄົມ, 66 ປີແຫ່ງວັນຄົບຮອບຂອງຂະແໜງວິທະຍາສາດ ແລະ ເຕັກໂນໂລຢີ ແລະ ກອງປະຊຸມໃຫຍ່ແຂ່ງຂັນຮັກຊາດຄັ້ງທີ 1.
ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານອະດີດເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ນົງດຶກແມັງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເຂົ້າຮ່ວມເຫດການ. ກ່າວຄຳເຫັນທີພິທີສະເຫຼີມສະຫຼອງ, ທ່ານເລຂາທິການໃຫຍ່ໂຕເລິມຍົກໃຫ້ເຫັນຢ່າງຈະແຈ້ງໜ້າທີ່ກວມລວມ, ລຸລ່ວງຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຢີແມ່ນຕ້ອງນຳໜ້າໃນການຈັດຕັ້ງປະຕິບັດມະຕິເລກທີ 57 ຂອງກົມການເມືອງກ່ຽວກັບບາດກ້າວບຸກທະລຸພັດທະນາວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນແຫ່ງຊາດຢ່າງມີໄຊ.
ດ້ວຍບົດບາດໜ້າທີ່ເປັນເສນາທິການ, ສ້າງສາ, ກະຊວງຕ້ອງເປັນເຈົ້າການສະເໜີ, ສ້າງລະບົບກົດໝາຍ, ກົນໄກ, ນະໂຍບາຍໃຫ້ສົມບູນແບບເພື່ອສົ່ງເສີມນະວັດຕະກຳ, ຊຸກຍູ້ການຫັນເປັນດີຈີຕອນ. ດ້ວຍບົດບາດໜ້າທີ່ໃນການຄຸ້ມຄອງລັດ, ກະຊວງຕ້ອງກຳນົດທິດ ແລະ ນຳໜ້າພັດທະນາບັນດາຂົງເຂດເຕັກໂນໂລຢີປາຍແຫຼມທີ່ມີຄວາມໝາຍຍຸດທະສາດ ຄືເຕັກໂນໂລຢີເຄິ່ງຊັກນຳໄຟຟ້າ, ປັນຍາປະດິດ…

