Palestinians make their way back to their homes in northern Gaza, amid a ceasefire between Israel and Hamas, in the central Gaza Strip, January 27, 2025. Photo: REUTERS/Ramadan Abed

ຕອນຄ່ຳວັນທີ 6 ຕຸລາ, ບັນດາການເຈລະຈາຢຸດຍິງໂດຍທາງອ້ອມຄັ້ງທຳອິດລະຫວ່າງ Israel ແລະ Hamas ໄດ້ເລີ່ມຈັດຂຶ້ນຄືນໃໝ່ຢູ່ນະຄອນ Sharm El Sheikh, ທາງທິດໃຕ້ແຫຼມ Sinai ຂອງ ອີຢີບ ພາຍໃຕ້ການເປັນກາງຂອງ ອີຢີບ, ກາຕາ ແລະ ອາເມລິກາ. ຜູ້ຕາງໜ້າບັນດາຝ່າຍໄດ້ປຶກສາຫາລືວຽກງານກະກຽມຢູ່ພື້ນທີ່ຕົວຈິງໃຫ້ແກ່ການປ່ອຍຕົວປະກັນ ແລະ ແລກປ່ຽນນັກໂທດທີ່ຖືກຍົກອອກມາໃນຂໍ້ລິເລີ່ມສັນຕິພາບ ລວມມີ 20 ຂໍ້ຂອງທ່ານ Donald Trump ປະທານາທິບໍດີ ອາເມລິກາ. ສຳນັກຂ່າວສານ Al Qahera ຂອງ ອີຢີບ ໃຫ້ຮູ້ວ່າ: ບັນດານັກເຈລະຈາປະເທດນີ້ ແລະ ກາຕາ ພວມມານະພະຍາຍາມກັບທັງສອງຝ່າຍເຈລະຈາຄື Israel ແລະ Hamas ເພື່ອແນໃສ່ສ້າງກົນໄກກ່ຽວກັບການແລກປ່ຽນຕົວປະກັນ/ນັກໂທດ. ກ່ຽວກັບການກະທຳຂອງ ອາເມລິກາ, ຊ່ອງ 12 ຂອງ Israel ໄດ້ຄັດສະເໜີຄຳເວົ້າຂອງເຈົ້າໜ້າທີ່ທ່ານໜຶ່ງຂອງ ອາເມລິກາ ໂດຍບໍ່ເຜີຍຊື່ວ່າ: ວໍຊິງຕັນ ຕັດສິນໃຈຊຸກຍູ້ເພື່ອບັນລຸໄດ້ຂໍ້ຕົກລົງໃນອາທິດນີ້. ຕາມນັ້ນແລ້ວ, ທ່ານ Steve Witkoff ແລະ Jared Kushner, ທູດພິເສດຂອງ ອາເມລິກາ ຈະບໍ່ອອກຈາກ ອີຢີບ ກ່ອນທີ່ຈະບັນລຸໄດ້ຂໍ້ຕົກລົງ.