ພາບປະກອບ: VOV |
ບັນດາຜົນກະທົບຈາກເສດຖະກິດນັບແຕ່ຕົ້ນປີສືບຕໍ່ແກ່ຍາວພ້ອມກັບການຜັນແປໃໝ່ກ່ຽວກັບພູມີສາດການເມືອງຈະສືບຕໍ່ກໍ່ຜົນກະທົບຕໍ່ລະດັບການເຕີບໂຕ ເສດຖະກິດທົ່ວໂລກໃນປີ 2025, ໃນນັ້ນ ມີຫວຽດນາມ. ເຖິງຢ່າງໃດກໍຕາມ, ສຳລັບ ຫວຽດນາມ, ການສົ່ງອອກຍັງແມ່ນທ່າແຮງຊ່ວຍຫວຽດນາມຮັກສາທ່າເຕີບໂຕເປັນຢ່າງດີໃນປີ 2025. ນີ້ແມ່ນຂໍ້ສັງເກດທີ່ໄດ້ຍົກອອກມາຢູ່ກອງປະຊຸມສຳມະນາການລົງທຶນ 2025 ທີ່ໄດ້ຈັດຂຶ້ນໃນວັນທີ 12 ທັນວາຢູ່ ຮ່າໂນ້ຍ.
ຢູ່ກອງປະຊຸມສຳມະນາ, ບັນດານັກຊ່ຽວຊານໃຫ້ຮູ້ວ່າການສົ່ງອອກໃນປີ 2025 ຈະສືບຕໍ່ມີການເຕີບໂຕເປັນຢ່າງດີຍ້ອນກຳລັງໜູນທີ່ມີຢູ່ແລ້ວແຕ່ປີ 2024. ຕາມກະຊວງອຸດສາຫະກຳ ແລະ ການຄ້າແລ້ວ, ຍອດວົງເງິນສົ່ງອອກ ໃນ 10 ເດືອນຕົ້ນປີເພີ່ມຂຶ້ນ 15,8%, ສູງທົບສາມເທົ່າເມື່ອທຽບໃສ່ກັບເປົ້າໝາຍຂອງແຜນການໂດຍລັດຖະບານມອບໝາຍໃຫ້ໃນປີນີ້ - ປະມານ 6%, ດຸ່ມການຄ້າຮັກສາລະດັບການສົ່ງອອກເກີນດູນໃນລະດັບສູງ. ທ່ານເລືອງວັນຄອຍ, ຮອງຫົວໜ້າສະຖາບັນຄົ້ນຄ້ວາການບໍລິຫານເສດຖະກກິດສູນກາງ ໃຫ້ຮູ້ວ່າ:
ການສົ່ງອອກຍັງມີທ່າອ່ຽງເພີ່ມຂຶ້ນຢ່າງແຮງ. ຍ້ອນວ່າ, ປັດຈຸບັນ ພວກເຮົາມີ ສັນຍາການຄ້າເສລີ 16 ສະບັບ, ພິເສດມີສັນຍາການຄ້າເສລີລຸ້ນໃໝ່ຄື: CPTPP, EVFTA ກໍ່ຄື RCEP. ນີ້ແມ່ນບັນດາຕະຫຼາດເຊິ່ງພວກເຮົາໄດ້ຂຸດຄົ້ນເປັນຢ່າງດີ, ມີປະສິດທິຜົນ ແລະ ປະກອບສ່ວນໃຫ້ແກ່ການເຕີບໂຕດ້ານການຄ້າ. ເລື່ອງແຫຼ່ງເງິນລົງທຶນຂອງປະເທດບ້ານໃກ້ເຮືອນຄຽງທີ່ຍ້າຍມາປະເທດເຮົາກໍ່ເພີ່ມຂຶ້ນຢ່າງແຮງ.

