(ພາບປະກອບ: VOV)

9 ເດືອນຜ່ານມາ, ເສດຖະກິດນະຄອນ ໂຮ່ຈີມິນ ສືບຕໍ່ຮັກສາທ່າເຕີບໂຕຢ່າງຕັ້ງໜ້າ. ຕາມຕົວເລກສະຖິຕິຂອງນະຄອນ ໂຮ່ຈີມິນ ແລ້ວ, ລວມຍອດຜະລິດຕະພັນໃນບໍລິເວນນະຄອນ (GRDP) ໄຕມາດ III ໄດ້ເພີ່ມຂຶ້ນ 8,11% ເມື່ອທຽບໃສ່ໄລຍະດຽວກັນ, ສູງກວ່າ 0,87% ເມື່ອທຽບໃສ່ໄຕມາດກ່ອນ. ໃນໂຄງປະກອບ GRDP ໄຕມາດທີ III, ອຸດສາຫະກຳ ແລະ ກໍ່ສ້າງ ໄດ້ຟື້ນຟູຢ່າງແຮງດ້ວຍລະດັບເພີ່ມຂຶ້ນ 7,74%; ການບໍລິການເພີ່ມຂຶ້ນ 8,58%, ຊ້າກວ່າເມື່ອທຽບໃສ່ ໄຕມາດທີ II ແຕ່ຍັງສວມບົດບາດເປັນເສົາຄ້ຳ; ກະສິກຳ, ປ່າໄມ້ ແລະ ສິນໃນນ້ຳເພີ່ມຂຶ້ນ 3,14%.

ໄຕມາດທີ III ເຕີບໂຕຢ່າງຕັ້ງໜ້າ ໄດ້ປະກອບສ່ວນນຳ GRDP 9 ເດືອນຂອງປີ 2025 ເພີ່ມຂຶ້ນ 7,07% ເມື່ອທຽບໃສ່ໄລຍະດຽວກັນ, ສູງກວ່າ 0,51 %ເມື່ອທຽບໃສ່ລະດັບເພີ່ມຂຶ້ນຂອງ 6 ເດືອນຕົ້ນປີ. ສິ່ງເປັນໜ້າສົນໃຈນັ້ນແມ່ນ ຂະແໜງປຸງແຕ່ງ - ຜະລິດເພີ່ມຂຶ້ນແຮງບັນລຸ 10,5%, ສືບຕໍ່ແມ່ນກຳລັງໜູນຫຼັກຂອງການເຕີບໂຕອຸດສາຫະກຳ.