(ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ, ພ້ອມກັບພັນລະຍາ)

ໂດຍຕອບຮັບຄຳເຊີນຂອງ ທ່ານ Sifi Ghrieb, ນາຍົກລັດຖະມົນຕີ ແຫ່ງ ສ.ອານເຊຣີ ປະຊາທິປະໄຕປະຊາຊົນ, ວັນທີ 18 ພະຈິກ (ຕາມເວລາທ້ອງຖິ່ນ) ເຮືອບິນນຳສົ່ງ ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ, ພ້ອມກັບພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງໄປເຖິງສະໜາມບິນສາກົນ Houari Boumediene Alger, ອານເຊຣີ ເລີ່ມຕົ້ນການຢ້ຽມຢາມ ອານເຊຣີ ຢ່າງເປັນທາງການ.

ການຢ້ຽມຢາມ ອານເຊຣີ ຄັ້ງນີ້ຂອງ ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແມ່ນໂອກາດເພື່ອໃຫ້ 2 ຝ່າຍປຶກສາຫາລື, ລົງນາມໃນບັນດາຂໍ້ຕົກລົງຮ່ວມມືໃໝ່, ພິເສດແມ່ນໃນບັນດາຂົງເຂດທີ່ ຫວຽດນາມ ແລະ ອານເຊຣີ ມີທ່າແຮງ ແລະ ມີຄວາມຕ້ອງການເພີ່ມເຕີມໃຫ້ແກ່ກັນ.

ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ, ພ້ອມກັບພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ກໍ່ໄດ້ພົບປະກັບພະນັກງານ, ພາລະກອນສະຖານທູດ ຫວຽດນາມ ແລະ ປະຊາຄົມຊາວ ຫວຽດນາມ ຢູ່ ອານເຊຣີ. ກ່າວຄຳເຫັນທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ:

“ການຢ້ຽມຢາມຄັ້ງນີ້ຈະຍົກລະດັບການພົວພັນລະຫວ່າງ 2 ປະເທດ. ບົນພື້ນຖານນັ້ນ ຈະມີການເຊື່ອຕໍ່ວິສາຫະກິດ, ການພົບປະແລກປ່ຽນປະຊາຊົນ, ແລກປ່ຽນວັດທະນະທຳ… ການເຊື່ອມຕໍ່ວິສາຫະກິດນຳກັນແມ່ນເພື່ອສ້າງເສດຖະກິດ. ທີ 2 ແມ່ນເຕົ້າໂຮມວິຫະກິດ 2 ປະເທດເພື່ອໜູນຊ່ວຍເຊິ່ງກັນແລະກັນ, ພັດທະນາວິສາຫະກິດເພື່ອມີການເຊື່ອມຕໍ່ລະຫວ່າງ 2 ພື້ນຖານເສດຖະກິດ”.

ໃນການໄປປະຕິບັດງານຢູ່ ອານເຊຣີ, ຕອນເຊົ້າວັນທີ 19 ພະຈິກ, ຢູ່ນະຄອນຫຼວງ Algiers, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ພ້ອມກັບພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ໄປວາງພວງມາລາຢູ່ອະນຸສາວະລີນັກຮົບເສຍສະຫຼະຊີວິດເພື່ອຊາດ ອານເຊຣີ, ຢ້ຽມຢາມຫໍພິພິຕະພັນແຫ່ງຊາດກ່ຽວກັບນັກຮົບເກົ່າ Algiers.

ທີ່ຫໍພິພິຕະພັນແຫ່ງຊາດກ່ຽວກັບນັກຮົບເກົ່າ Algiers, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ເຂົ້າຮ່ວມພິທີເປີດຕົວປື້ມ “ດ້ຽນບຽນຝູ” ຂອງທ່ານພົນເອກ ວໍງວຽນຢາບ ທີ່ແປຈາກພາສາ ຫວຽດນາມ ເປັນພາສາ ອາຣັບ.