ພິທີອາໄລຫາຢູ່ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ

ເມືອງຮ່ອນເດິດ ແຂວງກຽນຢາງ

ທີ່ພິທີ, ທ່ານ ໂດ໋ແທັງບິນ, ຮອງປະທານຄະນະກຳມະການປະຊາຊົນແຂວງກຽນຢາງ ໄດ້ເນັ້ນໜັກວ່າ: ການເສຍສະຫຼະຂອງບັນດານັກວິລະຊົນ, ນັກຮົບເສຍສະຫຼະຊີວິດເພື່ອຊາດ ຍາມໃດກໍ່ຕິດພັນກັບພາລະກິດອັນສະຫງ່າລາສີຂອງປະເທດຊາດ ແລະ ຊົນຊາດຕະຫຼອດໄປ; ປະກອບສ່ວນເຮັດໃຫ້ປະເທດຊາດຫວຽດນາມ ໄດ້ຮັບສັນຕິພາບ, ເອກະພາບ, ປະເທດເພື່ອນມິດກຳປູເຈຍ ໄດ້ຮັບການຟື້ນຟູ ແລະ ນ້ຳໃຈມິດຕະພາບລະຫວ່າງສອງປະເທດຫວຽດນາມ-ກຳປູເຈຍ ຂຽວສົດງົດງາມ ແລະ ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ.

ທ່ານເອກອັກຄະລັດຖະທູດຫງວຽນບາຮຸ່ງກ່າວຄຳເຫັນທີ່ພິທີ

(ພາບ: TTXVN)

ວັນທີ 26 ກໍລະກົດ, ສະຖານທູດຫວຽດນາມ ປະຈຳລາວ ໄດ້ສົມທົບກັບສູນກາງສະມາຄົມນັກຮົບເກົ່າລາວ ແລະ ບັນດາອົງການສຳນັກງານທີ່ກ່ຽວຂ້ອງໄປຖະຫວາຍດອກໄມ້ທູບທຽນ ສະແດງຄວາມຮູ້ບຸນຄຸນ ແລະ ອາໄລຫາບັນດານັກວິລະຊົນ, ນັກຮົບເສຍສະຫຼະຊີວິດເພື່ອຊາດ ຢູ່ເຂດປູສະນີຍະສະຖານຮ່ວມສຳພັນທະມິດສູ້ຮົບລາວ-ຫວຽດນາມ ຢູ່ບ້ານເກີນ, ເມືອງທຸລະຄົມ ແຂວງວຽງຈັນ.

ຄະນະຜູ້ແທນສະຖານທູດຫວຽດນາມປະຈຳລາວ

(ພາບ: TTXVN)

ກ່າວຄຳເຫັນນະທີ່ນີ້, ທ່ານເອກອັກຄະລັດຖະທູດຫງວຽນບາຮຸ່ງ ຊີ້ແຈ້ງວ່າ: ນີ້ແມ່ນໂອກາດເພື່ອອາໄລຫາ, ເຊີດຊູ ແລະ ສະແດງຄວາມຮູ້ບຸນຄຸນບັນດານັກວິລະຊົນ, ນັກຮົບເສຍສະຫຼະຊີວິດເພື່ອຊາດຫວຽດນາມ ແລະ ລາວ, ລູກຫຼານຜູ້ດີເດັ່ນຂອງສອງຊາດທີ່ໄດ້ເສຍສະຫຼະຊີວິດຢ່າງພິລາດອາດຫານເພື່ອຄວາມເປັນເອກະລາດ ແລະ ອິດສະຫຼະພາບຂອງປະເທດລາວອ້າຍນ້ອງ.