ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ (ພາບ: dangcongsan.vn)

ເລີ່ມຕົ້ນບົດຂຽນ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ຢັ້ງຢືນວ່າ ພາຍຫຼັງຍາດໄດ້ອຳນາດການປົກຄອງ, ພັກກອມມູນິດ ຫວຽດນາມ ມີຄວາມຮັບຮູ້ຢ່າງເລິກເຊິ່ງກ່ຽວກັບຄວາມສຳຄັນຂອງການພັດທະນາກຳລັງຜະລິດ ແລະ ປະຕິຮູບ, ສ້າງການພົວພັນຜະລິດໃຫ້ສົມບູນແບບເທື່ອລະກ້າວ. ວິວັດການນີ້ ໄດ້ດຳເນີນຜ່ານຫຼາຍໄລຍະ, ສ່ອງແສງການຂົນຂວາຍ ແລະ ພັດທະນາຢ່າງບໍ່ຢຸດຢັ້ງຂອງການປະຕິວັດ ຫວຽດນາມ.

ໃນບົດຂຽນ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ໄດ້ເນັ້ນໜັກວ່າ ການຫັນເປັນດີຈີຕອນ ບໍ່ພຽງແຕ່ເປັນການໝູນໃຊ້ເຕັກໂນໂລຢີດີຈີຕອນເຂົ້າໃນການເຄື່ອນໄຫວເສດຖະກິດ - ສັງຄົມ ເທົ່ານັ້ນ, ຫາກຍັງເປັນວິວັດການສ້າງຕັ້ງແບບວິທີການຜະລິດໃໝ່ທີ່ກ້າວໜ້າ, ທັນສະໄໝ - “ແບບວິທີການຜະລິດດີຈີຕອນ” ອີກດ້ວຍ. ວິວັດການຫັນເປັນດີຈີຕອນ ຕ້ອງໄດ້ຮັບການປະຕິບັດຢ່າງຮອບດ້ານ, ຄົບຊຸດ, ທັງເສີມຂະຫຍາຍກຳລັງແຮງຂອງການກຳລັງຜະລິດທັນສະໄໝ, ທັງແທດເໝາະກັບເງື່ອນໄຂລະອຽດຂອງ ຫວຽດນາມ ໃນຍຸກສະໄໝໃໝ່. ບົນພື້ນາຖານນັ້ນ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ຊີ້ແຈ້ງບາງໜ້າທີ່ຈຸດສຸມທີ່ຕ້ອງປະຕິບັດໃນໄລຍະຈະມາເຖິງ.