ທ່ານນາຍົກລັດຖະມົນຕີ ມາເລເຊຍ Anwar Ibrahim (ພາບເອກະສານ: IRNA/TTXVN)

ທ່ານນາຍົກລັດຖະມົນຕີ ມາເລເຊຍ Anwar Ibrahim ໃຫ້ຮູ້ວ່າ: ມາເລເຊຍ ແລະ ໄທ ໄດ້ຢັ້ງຢືນຄືນຫລັກໝັ້ນລວມກ່ຽວກັບບັນດາບັນຫາກ່ຽວຂ້ອງເຖິງທະເລຕາເວັນອອກ ແລະຮຽກຮ້ອງທຸກຝ່າຍຈົ່ງເຄົາລົບ ສົນທິສັນຍາຂອງສະຫະປະຊາຊາດ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) 1982. ກ່າວຄຳເຫັນທີ່ການຖະແຫລງຂ່າວຮ່ວມ ກັບຄູຕຳແຫນ່ງ ໄທ, ແພທອງທານ ຊີນະວັດ ທີ່ພວມມີການຢ້ຽມຢາມມາເລເຊຍ ຢ່າງເປັນທາງການໃນວັນທີ 16 ທັນວາ, ທ່ານນາຍົກລັດຖະມົນຕີ Anwar Ibrahim ໃຫ້ຮູ້ວ່າ: ສອງຝ່າຍເນັ້ນຫນັກເຖິງຄວາມສຳຄັນຂອງການປະຕິບັດຢ່າງຄົບຖ້ວນ ແລະມີປະສິດທິຜົນກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຮອບດ້ານ ແລະ ສຳເລັດໂດຍໄວການສ້າງປະມວນກົດແຫ່ງການປະພຶດຢູ່ ທະເລຕາເວັນອອກ (COC) ຢ່າງມີຜົນສັກສິດ ແລະ ແທດຈິງ.

ທ່ານ Anwar Ibrahim ກໍ່ເນັ້ນຫນັກຫລັກໝັ້ນຂອງສອງປະເທດກ່ຽວກັບ ມຽນມາ, ໃຫ້ຄຳໝັ້ນສັນຍາປະຕິບັດ ຄວາມເຫັນດີເຫັນພ້ອມ 5 ຂໍ້ (5PC) ຢ່າງຄົບຖ້ວນ ສຳລັບການປະຕິບັດບັນດາມາດຕະການຜ່ານການເຈລະຈາບໍ່ເປັນທາງການຢູ່ຫລາຍຂັ້ນແຕກຕ່າງກັນ ເພື່ອຮັບປະກັນໃຫ້ ມຽນມາ ເຂົ້າຮ່ວມ ແລະນຳປະເທດນີ້ກັບຄືນທີ່ຕັ້ງບົດບາດສຳຄັນຂອງ ອາຊຽນ. ໃນຖະແຫລງການຮ່ວມ, ລັດຖະມົນຕີການຕ່າງປະເທດ ມາເລເຊຍ ໃຫ້ຮູ້ວ່າ: ໄທ ກໍ່ສະແດງການສະຫນັບສະຫນູນສຳລັບການຊີ້ນຳຂອງ ມາເລເຊຍ ໃນການແກ້ໄຂສະພາບການຢູ່ມຽນມາ ດ້ວຍຖານະແມ່ນປະທານ ອາຊຽນໃນປີ 2025.