ທ່ານ ຟານວັນມ້າຍ, ປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ກ່າວຄຳເຫັນທີ່ການພົບປະ (ພາບ: TTXVN)
|
ຕອນຄ່ຳວັນທີ 13 ມັງກອນ, ຢູ່ນະຄອນ ໂຮ່ຈີມິນ ການນຳນະຄອນ ໂຮ່ຈີມິນ ໄດ້ພົບປະກັບຫົວໜ້າສະຖານກົງສູນໃຫຍ່, ຫົວໜ້າບັນດາອົງການຈັດຕັ້ງສາກົນ, ຫ້ອງການເສດຖະກິດ ວັດທະນະທຳ, ສະຫະສະມາຄົມວິສາຫະກິດບັນດາປະເທດ, ເຂດແຄວ້ນຢູ່ນະຄອນ, ອວຍພອນປີໃໝ່ 2025. ກ່າວຄຳເຫັນນະທີ່ນີ້, ທ່ານ ຟານວັນມ້າຍ, ປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ປາດຖະໜາຢາກໃຫ້ບັນດາອົງການກົງສູນ, ອົງການຈັດຕັ້ງສາກົນ, ຫ້ອງການເສດຖະກິດ ວັດທະນະທຳ, ສະຫະສະມາຄົມວິສາຫະກິດຕ່າງປະເທດ ສືບຕໍ່ສະເໜີ, ໃຫ້ຄຳປຶກສານະໂຍບາຍ, ໜູນຊ່ວຍການດຶງດູດເງິນລົງທຶນ, ລະດົມແຫຼ່ງກຳລັງ ແລະ ເຊື່ອມຕໍ່ນະຄອນ ກັບບັນດານັກລົງທຶນໃຫຍ່ທີ່ມີຄວາມສາມາດບົ່ມຊ້ອນ.
ໄປຄຽງຄູ່ກັບກຳລັງພາຍໃນ, ນະຄອນໂຮ່ຈີມິນ ຕ້ອງການການສະໜັບສະໜູນ ແລະ ໜູນຊ່ວຍຈາກບັນດາເພື່ອນມິດ ແລະ ຄູ່ຮ່ວມມືສາກົນ, ຜ່ານຂົວເຊື່ອມຕໍ່ຢ່າງຕັ້ງໜ້າ ແມ່ນຄະນະທູຕານຸທູດ, ຫ້ອງການເສດຖະກິດ ການຄ້າ ວັດທະນະທຳ, ບັນດາອົງການຈັດຕັ້ງສາກົນ, ສະຫະສະມາຄົມວິສາຫະກິດຕ່າງປະເທດປະຈຳນະຄອນ. ຂ້າພະເຈົ້າມີຄວາມປາດຖະໜາວ່າ ພວກເພື່ອນຈະຖືນະຄອນເປັນເຮືອນແຫ່ງທີສອງຕອງຕົນຢ່າງແທ້ຈິງ, ຮ່ວມແຮງຮ່ວມໃຈກັບອຳນາດການປົກຄອງ ແລະ ຊາວນະຄອນໂຮ່ຈີມິນ ມີຈິດໃຈຄວາມພ້ອມໃນສັງກາດພັດທະນາໃໝ່.

