(ພາບ: baophutho.vn)

ວັນທີ 10 ມັງກອນ, ທ່ານຮອງປະທານປະເທດ ຫວຽດນາມ ນາງ ຫວໍ້ທິແອັງຊວນ ໄດ້ໄປຢ້ຽມຢາມ, ມອບອວຍພອນບຸນເຕັດພະນັກງານ, ນັກຮົບກອງບັນຊາການທະຫານແຂວງ ຝູເທາະ; ມອບຂອງຂວັນຜູ້ມີຄຸນງານຄວາມດີ, ຄອບຄົວນະໂຍບາຍໃນບໍລະເວນແຂວງ ໃນໂອກາດລະດູບານໃໝ່ ປີມະເສັງ 2025.

ໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ໄດ້ໄປຢ້ຽມຢາມ, ອວຍພອນບຸນເຕັດອົງຄະນະພັກ, ອຳນາດການປົກຄອງ, ທະຫານ ແລະ ປຊຊ ແຂວງ ບິ່ນເຢຶອງ. ນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ໄດ້ຢືນຢັນວ່າ ພັກ ແລະ ລັດ ຈະສືບຕໍ່ປັບປຸງລະບອບລະບຽບການ, ສ້າງພື້ນຖານບໍລິຫານຮັບໃຊ້ ແລະ ລະດົມແຫຼ່ງກຳລັງສັງຄົມ ໃຫ້ແກ່ການພັດທະນາພື້ນຖານໂຄງລ່າງ. ລັດຖະບານໃຫ້ຄຳໝັ້ນໝາຍຍູ້ແຮງບັນດານະໂຍບາຍຫລຸດຜ່ອນຄວາມທຸກຍາກແບບຍືນຍົງ, ໜູນຊ່ວຍການທຳມາຫາກິນ, ປັບປຸງເງື່ອນໄຂດຳລົງຊີວິດ ແລະ ເພີ່ມທະວີສະຫວັດດີການສັງຄົມ. ທ່ານ ຮອງນາຍົກລັດຖະມົນຕີສະເໜີໃຫ້ແຂວງ ບິນເຢືອງ ຖືເປັນສຳຄັນການພັດທະນາເຮືອນຢູ່ສັງຄົມ, ລະບອບລະບຽບການວັດທະນະທຳ ແລະ ບັນດາການບໍລິການການແພດ, ການສຶກສາໃຫ້ແກ່ກຳມະກອນຜູ້ອອກແຮງງານ. ເນື່ອງໃນໂອກາດນີ້, ທ່ານ ຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ໄດ້ມອບຂອງຂວັນບູນເຕັດ 700 ພູດໃຫ້ແກ່ ປຊຊ ແລະ ກຳມະກອນປະສົບກັບຄວາມຫຍຸ້ງຍາກໃນບໍລິເວນແຂວງ.