ທ່ານນາງ Kaja Kallas ຜູ້ຕາງໜ້າຂັ້ນສູງກ່ຽວກັບນະໂຍບາຍການຕ່າງປະເທດ ແລະ ຄວາມໝັ້ນຄົງຂອງ EU ແລະ ທ່ານ ຫວາງອີ ລັດຖະມົນຕີກະຊວງການຕ່າງປະເທດ ຈີນ (ພາບ: REUTERS/Yves Herman) |
ວັນທີ 2 ກໍລະກົດ, ສະຫະພາບ ເອີລົບ (EU) ແລະ ຈີນໄດ້ຈັດການໂອ້ລົມສົນທະນາຍຸດທະສາດ ຄັ້ງທີ 13 ຢູ່ Brussels. ການໂອ້ລົມສົນທະນາໂດຍ ທ່ານນາງ Kaja Kallas ຜູ້ຕາງໜ້າຂັ້ນສູງກ່ຽວກັບນະໂຍບາຍການຕ່າງປະເທດ ແລະ ຄວາມໝັ້ນຄົງຂອງ EU ແລະ ທ່ານ ຫວາງອີ ລັດຖະມົນຕີກະຊວງການຕ່າງປະເທດ ຈີນ ເປັນປະທານຮ່ວມ.
ທີ່ການໂອ້ລົມສົນທະນາ, ສອງຝ່າຍໄດ້ປຶກສາຫາລື ກ່ຽວກັບບັນດາບັນຫາສອງຝ່າຍກໍ່ຄືສະພາບການພູມສາດການເມືອງຢູ່ຫຼາຍພາກພື້ນໃນໂລກ. ທ່ານນາງ Kaja Kallas ແລະ ທ່ານ ຫວາງອີ ໄດ້ຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາຂອງ EU ໃນການເພີ່ມທະວີການຮ່ວມມືສ້າງສັນກັບ ຈີນ ໃຫ້ຫຼາຍກ່ວາອີກເພື່ອແກ້ໄຂບັນດາສິ່ງທ້າທາຍທົ່ວໂລກ.
ກ່ຽວກັບດ້ານການຄ້າ, ສອງຝ່າຍເນັ້ນໜັກເຖິງຄວາມສຳຄັນຂອງການຊອກຫາວິທີການແກ້ໄຂລະອຽດເພື່ອຮັກສາຄວາມດຸ່ນດ່ຽງການພົວພັນດ້ານເສດຖະກິດ ແລະ ປັບປຸງຄວາມສາມາດໃນການສຳຜັດກັບຕະຫຼາດ. ກ່ຽວກັບການປະທະກັນ ລັດເຊຍ - ຢູແກຼນ, ທ່ານນາງ Kaja Kallas ຮຽກຮ້ອງ ຈີນ ສະໜັບສະໜູນຄຳສັ່ງຢຸດຍິງຢ່າງສົມບູນ ແລະ ໄຮ້ເງື່ອນໄຂກໍ່ຄືພື້ນຖານສັນຕິພາບທີ່ມີຄວາມສະເໝີພາບ ແລະ ຍາວນານຢູ່ ຢູແກຼນ.

