ລົດໂອໂຕຖືກມ້າງທຳລາຍພາຍຫຼັງຖືບຸກໂຈມຕີ (ພາບ: Reuters)

Tel Aviv ກ່າວຫາ 2 ຄົນດັ່ງກ່າວມີສ່ວນກ່ຽວຂ້ອງເຖິງເຫດຄາດຕະກຳຊາວ ອິດສະຣາແອັນ 1 ຄົນ ກ່ອນໜ້ານັ້ນ. ຖະແຫຼງການຮ່ວມຈາກອົງການຄວາມໝັ້ນຄົງ ອິດສະຣາແອັນ ແລະ ກຳລັງປ້ອງກັນຕົວ ອິດສະຣາແອັນ ໄດ້ຢັ້ງຢືນວ່າ ບຸກຄົນດັ່ງກ່າວເປັນ Ahmed Abu Ara ແລະ Rafet Dawasi. ທັງສອງຝ່າຍ ລ້ວນແຕ່ມາຈາກເມືອງທາງທິດເໜືອ ຝັ່ງຕາເວັນຕົກແມ່ນ້ຳຈໍແດນ ໃກ້ກັບ Jenin.

ກໍໃນວັນດຽວກັນ, ກອງທັບ ອິດສະຣາແອັນ ໄດ້ຖະແຫຼງ ດໍາເນີນການຖີ້ມລະເບີດໃນຂອບຂະໜາດໃຫຍ່, ແນໃສ່ 40 ເປົ້າໝາຍຢູ່ເຂດ ກາຊາ ໃນຮອບເວລາ 2 – 3 ຊົ່ວໂມງ ເພື່ອແນໃສ່ບັນດາຮາກຖານການທະຫານ, ສາງອາວຸດ ແລະ ຫຼາຍເປົ້າໝາຍອື່ນຂອງ ຮາມາດສ.