ວັນທີ 10 ມັງກອນ, ຢູ່ ກົວລາລຳເປີ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Ishiba Shigeru ໄດ້ພົບປະເຈລະຈາກັບຄູ່ຄຳແໜ່ງ ມາເລເຊຍ. ການນຳສອງທ່ານໄດ້ແລກປ່ຽນ ແລະ ບັນລຸໄດ້ຂໍ້ຕົກລົງການຮ່ວມມືກ່ຽວກັບ 4 ຂົງເຂດ: ການປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ເສດຖະກິດ, ການປ້ອງກັນ, ຕ້ານໄພທຳມະຊາດ ແລະ ການປ່ຽນແປງຂອງດິນຟ້າອາກາດ, ການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ ພ້ອມທັງເຫັນດີຮັກສາກົນໄກໂອ້ລົມສົນທະນາຍຸດທະສາດ; ເພີ່ມທະວີການສົມທົບກັນ ເພື່ອຮັບປະກັນຄວາມໝັ້ນຄົງທາງທະເລ ແລະ ທາງເຄືອຄ່າຍອິນເຕີແນັດ. ທ່ານນາຍົກລັດຖະມົນຕີ Ishiba ກໍ່ຢັ້ງຢືນຄືນໃໝ່ ຄວາມປາດຖະໜາ ຢາກສືບຕໍ່ການຮ່ວມມືກັບ ອາຊຽນ.
ການພົບປະເຈລະຈາຂັ້ນສູງ ຍິ່ປຸ່ນ-ມາເລເຊຍ
(VOVWORLD) - ທ່ານນາຍົກລັດຖະມົນຕີ Ishiba ກໍ່ຢັ້ງຢືນຄືນໃໝ່ ຄວາມປາດຖະໜາ ຢາກສືບຕໍ່ການຮ່ວມມືກັບ ອາຊຽນ.
