ກອງປະຊຸມສຳມະນາພັດທະນາການສົ່ງອອກອອນໄລ (ພາບ: TTXVN) |
ຕອນບ່າຍວັນທີ 16 ທັນວາ, ຢູ່ຮ່າໂນ້ຍ, ສະຫະສະມາຄົມການຄ້າເອເລັກໂຕນິກ ຫວຽດນາມ ແລະ Access Partnership ໄດ້ສົມທົບກັນຈັດກອງປະຊຸມສຳມະນາພັດທະນາການສົ່ງອອກອອນໄລ ເພື່ອແນໃສ່ດຶງດູດຄວາມສົນໃຈກ່ຽວກັບບົດບາດທີ່ນັບມື້ນັບສຳຄັນຂອງການຄ້າເອເລັກໂຕນິກສຳລັບບັນດາວິສາຫະກິດຈຸລະພາກ, ຂະໜາດນ້ອຍ ແລະ ກາງ ຢູ່ ຫວຽດນາມ. ໃນກອງປະຊຸມ, ທ່ານນາງ Megan Lim, ຜູ້ອຳນວຍການຝ່າຍຍຸດທະສາດເສດຖະກິດ Access Partnership (ເຊິ່ງເປັນອົງການຄົ້ນຄວ້າສາກົນ ກ່ຽວກັບການຄ້າເອເລັກໂຕນິກ), ໃຫ້ຮູ້ວ່າ: ປີ 2023, ມູນຄ່າສົ່ງອອກການຄ້າເອເລັກໂຕນິກ ຂອງ ຫວຽດນາມ ບັນລຸ ປະມານ 3,5 ຕື້ USD. ຄາດວ່າ ປີ 2028, ມູນຄ່າດັ່ງກ່າວ ຈະເພີ່ມຂຶ້ນທົບ 1,7 ເທົ່າ, ບັນລຸປະມານ 5,8 ຕື້ USD.

