ທ່ານຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ເລຮວ່າຍຈູງ (ພາບ: TTXVN)

ຕາມທ່ານຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ເລຮວ່າຍຈູງ ແລ້ວ, ເຖິງວ່າ ການຢ້ຽມຢາມໄດ້ດຳເນີນພຽງກວ່າ 2 ມື້ກໍ່ຕາມ, ແຕ່ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ມີ 18 ການເຄື່ອນໄຫວທີ່ສຳຄັນ, ໃນນັ້ນ ມີການເຈລະຈາຂັ້ນສູງກັບທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ນຜິງ ແລະ ພົບປະກັບບັນດາການນຳຫຼັກແຫຼ່ງອື່ນໆຂອງ ຈີນ.

ທ່ານຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ເລຮວ່າຍຈູງ ໄດ້ເນັ້ນໜັກວ່າ ນອກຈາກການບັນລຸໄດ້ຖະແຫຼງການຮ່ວມກ່ຽວກັບການເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ຊຸກຍູ້ການສ້າງປະຊາຄົມແບ່ງປັນອະນາຄົດ ຫວຽດນາມ - ຈີນ ໃຫ້ຫຼາຍກວ່າເກົ່າແລ້ວ, ໃນການຢ້ຽມຢາມຄັ້ງນີ້, ສອງຝ່າຍໄດ້ລົງນາມໃນເອກະສານ 16 ສະບັບ ກ່ຽວກັບການຜັນຂະຫຍາຍການຮ່ວມມືໃນຫຼາຍຂົງເຂດໃຫ້ແທດຈິງ. ໄປຄຽງຄູ່ກັນນັ້ນ, ຍັງມີອີກສິ່ງໜຶ່ງທີ່ໜ້າສົນໃຈໃນການຢ້ຽມຢາມຄັ້ງນີ້ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ມີການຢ້ຽມຢາມນະຄອນ ກວາງຈູ, ແຂວງ ກວາງຕຸງ, ເຊິ່ງເປັນບ່ອນທີ່ກ່ອນນີ້ 100 ປີ (1924), ປະທານ ໂຮ່ຈີມິນ ໄດ້ມາກໍ່ສ້າງກຳລັງຫຼັກແຫຼ່ງແກ່ການປະຕິວັດ ຫວຽດນາມ.

ໂດຍລວມແລ້ວ, ການຢ້ຽມຢາມ ໄດ້ປະສົບຜົນສຳເລັດຢ່າງຈົບງາມ, ແມ່ນການເຄື່ອນໄຫວສຳຄັນໃນການຜັນຂະຫຍາຍແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍຮູບຫຼາຍແບບ, ຫຼາຍຝ່າຍຂອງ ຫວຽດນາມ, ໃນນັ້ນ ມີນະໂຍບາຍຖືເປັນສຳຄັນ ແລະ ໃຫ້ບຸລິມະສິດແຖວໜ້າໃນການພົວພັນກັບ ຈີນ.