(ໃນການເຈລະຈາຄະນະຜູ້ແທນ ຫວຽດນາມ ແລະ ອາເມລິກາ ບັນລຸໄດ້ບາດກ້າວຄືບໜ້າຫຼາຍຢ່າງ) |
ຮອບເຈລະຈາຄັ້ງທີ 3 ສັນຍາ 2 ຝ່າຍກ່ຽວກັບການຄ້າສົມທົບລະຫວ່າງ ຫວຽດນາມ ແລະ ອາເມລິກາ ໄດ້ຈັດຂຶ້ນແຕ່ວັນທີ 09 – 12 ມິຖຸນາ, ຢູ່ນະຄອນຫຼວງ ວໍຊິງຕັນ ດີຊີ, ປະເທດ ອາເມລິກາ. ຄະນະນັກເຈລະຈາ ຫວຽດນາມ ໂດຍທ່ານ ຫງວຽນຮົ່ງຢຽນ, ລັດຖະມົນຕີກະຊວງອຸດສາຫະກຳການຄ້າ, ຫົວໜ້າຄະນະເປັນຜູ້ນຳໜ້າ.
ໃນການເຈລະຈາເປັນເວລາ 4 ວັນ, ຄະນະຜູ້ແທນ ຫວຽດນາມ ແລະ ອາເມລິກາ ບັນລຸໄດ້ບາດກ້າວຄືບໜ້າຫຼາຍຢ່າງ, ຮັດແຄບໄລຍະຫ່າງໃນທຸກຂົງເຂດເຈລະຈາ. 2 ຝ່າຍໄດ້ແລກປ່ຽນຢ່າງກົງໄປກົງມາ, ບົນເນື້ອໃນຈິດໃຈສ້າງສັນກ່ຽວກັບບັນດາບັນຫາທີ່ແຕ່ລະປະເທດມີຄວາມສົນໃຈ; ພ້ອມກນນັ້ນ, ກໍ່ສະຫງວນເວລາເພື່ອໄຈ້ແຍກ, ອະພິປາຍ ມຸ່ງໄປເຖິງມາດຕະການແກ້ໄຂທີ່ເໝາະສົມທີ່ 2 ຝ່າຍສາມາດຍອມຮັບໄດ້.
2 ຝ່າຍກໍ່ເຫັນດີຈະຈັດກອງປະຊຸມທາງໄກໃນຊຸມມື້ຈະມາເຖິງ ເພື່ອສືບຕໍ່ປຶກສາຫາລືບັນດາບັນຫາທີ່ຍັງຄົງຄ້າງ ແລະ ກະກຽມໃຫ້ການເຈລະຈາທາງໄກລະຫວ່າງທ່ານລັດຖະມົນຕີກະຊວງການຄ້າ ອາເມລິກາ Howard Lutnick ແລະ ທ່ານລັດຖະມົນຕີກະຊວງອຸດສາຫະກຳການຄ້າ ຫວຽດນາມ ຫງວຽນຮົ່ງຢຽນ.

