(ພາບປະກອບ: IRNA/TTXVN) |
ວັນທີ 12 ມັງກອນ, ທ່ານ Jake Sullivan, ທີ່ປຶກສາຄວາມໝັ້ນຄົງ ອາເມລິກາ ຍອມຮັບວ່າ, ການເຈລະຈາທີ່ພວມດຳເນີນໄປກ່ຽວກັບຄຳສັ່ງຢຸດຍິງຢູ່ເຂດ ກາຊາ ຍາກທີ່ຈະບັນລຸໄດ້ບາດກ້າວບຸກທະລຸ ກ່ອນທີ່ທ່ານປະທານາທິບໍດີ Joe Biden ໝົດອາຍຸການໃນວັນທີ 20 ມັງກອນ. ຕາມທ່ານແລ້ວ, ປະຈຸບັນ ບັນດາຝ່າຍພວມກ້າວເຂົ້າໃກ້ກັບຂໍ້ຕົກລົງ ແຕ່ຍັງມີສິ່ງກີດຂວາງຢ່າງໃຫຍ່ຫຼວງຈຳນວນໜຶ່ງ. ທ່ານກໍ່ຢືນຢັນວ່າ, ອຳນາດການປົກຄອງຂອງທ່ານປະທານາທິບໍດີ Joe Biden ຕັດສິນໃຈນຳໃຊ້ເວລາທີ່ຍັງເຫຼືອເພື່ອປະຕິບັດສຳເລັດວຽກງານນີ້.
ຕາມຂໍ້ມູນຈາກທຳນຽບຂາວ, ວັນທີ 12 ມັງກອນ, ທ່ານປະທານາທິບໍດີ Joe Biden ໄດ້ໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີ ອິດສະຣາແອັນ Benjamin Netanyahu ເພື່ອຊຸກຍູ້ຂໍ້ຕົກລົງດັ່ງກ່າວ.

