(ທ່ານເອກອັກຄະລັດຖະທູກ ຫວຽດນາມ ປະຈຳ ສ.ເຊັກໂກ ເຢືອງຮ່ວາຍນາມ)

ຕອນຄ່ຳວັນທີ 17 ທັນວາ, ຢູ່ນະຄອນຫຼວງ ປຣາຮາ, ສຳນັກງານທູດທະຫານ ຫວຽດນາມ ໄດ້ສົມທົບກັບສະຖານທູດ ຫວຽດນາມ ປະຈຳ ສ.ເຊັກໂກ ຈັດພິທີສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນ ຫວຽດນາມ (22 ທັນວາ 1944 – 22 ທັນວາ 2024) ແລະ 35 ປີແຫ່ງວັນບຸນທົ່ວປວງຊົນປ້ອງກັນຊາດ (22 ທັນວາ 1989 – 22 ທັນວາ 2024). ກ່າວຄຳເຫັນທີ່ພິທີ, ທ່ານເອກອັກຄະລັດຖະທູກ ຫວຽດນາມ ປະຈຳ ສ.ເຊັກໂກ ເຢືອງຮ່ວາຍນາມ, ຊີ້ແຈ້ງວ່າ ກ້າວເຂົ້າສູ່ໄລຍະປ່ຽນແປງໃໝ່, ກອງທັບປະຊາຊົນ ຫວຽດນາມ ໄດ້ຕັ້ງໜ້າເຂົ້າຮ່ວມພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ ດ້ວຍບັນດາຜົນງານດີເດັ່ນດ້ານການເມືອງ, ເສດຖະກິດ ແລະ ສັງຄົມ… ທ່ານກໍ່ແບ່ງປັນບັນດາບາດກ້າວພັດທະນາຢ່າງແຮງໃນການພົວພັນດ້ານປ້ອງກັນຊາດລະຫວ່າງ ຫວຽດນາມ ແລະ ບັນດາປະເທດໃນໂລກ, ໃນນັ້ນມີ ສ.ເຊັກໂກ.

ແລະກໍ່ໃນຕອນຄ່ຳວັນທີ 17 ທັນວາ, ຢູ່ນະຄອນຫຼວງ ປາຣີ, ສະຖານທູດ ຫວຽດນາມ ປະຈຳ ຝລັ່ງ ໄດ້ຈັດພິທີສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນ ຫວຽດນາມ ແລະ 35 ປີແຫ່ງວັນບຸນທົ່ວປວງຊົນປ້ອງກັນຊາດ. ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຝລັ່ງ ດິງຕ່ວານທັງ ໃຫ້ຮູ້ວ່າ, ໃນຂົງເຂດການປ້ອງກັນຊາດ, ຫວຽດນາມ ແລະ ຝລັ່ງ ໄດ້ສ້າງຕັ້ງການພົວພັນນັບແຕ່ປີ 1991, ດ້ວຍເລື່ອງເປີດຫ້ອງການຜູ້ຕາງໜ້າປະຈຳແຕ່ລະປະເທດ. ນັບແຕ່ນັ້ນມາຮອດປະຈຸບັນ, ການພົວພັນຮ່ວມມືແມ່ນເສົາຄ້ຳສຳຄັນໃນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ 2 ປະເທດ.

ແລະກໍ່ໃນຕອນຄ່ຳວັນດຽວກັນ, ສະຖານທູດ ຫວຽດນາມ ແລະ ສຳນັກງານທູດທະຫານ ຫວຽດນາມ ປະຈຳ ບຣຸໄນ ດາຣູຊາລາມ ກໍ່ໄດ້ຈັດເຫດການດັ່ງກ່າວເຊັນດຽວກັນ.