(ພາບປະກອບ: congthuong.vn)

ຕອນບ່າຍວັນທີ 07 ມັງກອນ ຢູ່ຮ່າໂນ້ຍ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມຖະແຫຼງຂ່າວນັດສາມັນປະຈຳ ໄຕມາດ IV 2024. ຕາມນັ້ນແລ້ວ, ປີ 2024, ການສົ່ງອອກນຳເຂົ້າ ແມ່ນຂີດໝາຍອັນພົ້ນເດັ່ນ ແລະ ແມ່ນໜຶ່ງໃນບັນດາກຳລັງໜູນຕົ້ນຕໍຂອງການເຕີບໂຕເສດຖະກິດ ດ້ວຍຍອດວົງເງິນທັງປີບັນລຸເກືອບ 800 ຕື້ USD, ເພີ່ມຂຶ້ນ 15,4% ເມື່ອທຽບໃສ່ປີກ່ອນ. ພິເສດ, ການສົ່ງອອກບັນລຸກວ່າ 405 ຕື້ USD; ວົງເງິນສົ່ງອອກໄປຍັງບັນດາຕະຫຼາດ, ຄູ່ຮ່ວມມືການຄ້າໃຫຍ່ຂອງ ຫວຽດນາມ ລ້ວນແຕ່ໄດ້ຮັບການຟື້ນຕົວຢ່າງຕັ້ງໜ້າ ແລະ ບັນລຸລະດັບເຕີບໂຕສູງ.

ໃນກອງປະຊຸມຖະແຫຼງຂ່າວ, ກ່ຽວຂ້ອງເຖິງການສະເໜີດັດປັບລາຄາໄຟຟ້າ, ທ່ານ ຫງວຽນເຖຫືວ, ຮອງຫົວໜ້າກົມດັດປັບພະລັງງານໄຟຟ້າ, ກະຊວງອຸດສາຫະກຳ ແລະ ການຄ້າ ໃຫ້ຮູ້ວ່າ:

“ປັດຈຸບັນ, ກະຊວງອຸດສາຫະກຳ ແລະ ການຄ້າ ພວມມອບໃຫ້ກົມດັດປັບພະລັງງານໄຟຟ້າສ້າງດຳລັດວ່າດ້ວຍກົນໄກດັດປັບລາຄາຂາຍຍ່ອຍ ກໍຄືກຳນົດເວລາດັດປັບ… ດຳລັດດັ່ງກ່າວແມ່ນໜຶ່ງໃນບັນດາດຳລັດໃໝ່ ທີ່ຈະໄດ້ຮັບການປະກາດໃຊ້ພ້ອມກັບຈຸດເວລາທີ່ກົດໝາຍວ່າດ້ວຍພະລັງງານໄຟຟ້າສະບັບປັບປຸງ ທີ່ສະພາແຫ່ງຊາດຫາກໍ່ຮັບຮອງເອົາມີຜົນສັກສິດ, ໝາຍຄວາມວ່ານັບແຕ່ວັນທີ 1 ກຸມພາ 2025”.

ປີ 2025, ຂະແໜງອຸດສາຫະກຳ ແລະ ການຄ້າ ເປັນເຈົ້າການສຳຫຼວດກວດຄືນ ແລະ ສະເໜີຍົກລະດັບບັນດາຄາດໝາຍການເຕີບໂຕໃນຂົງເຂດອຸດສາຫະກຳ ແລະ ການຄ້າ.