ທ່ານຮອງລັດຖະມົນຕີການຕ່າງປະເທດ ນາງ ຫງວຽນມິງຮັ່ງ ແລະ ຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດ ຄູເວດ ທ່ານ Samee Essa Johar Hayat(ພາບ: TTXVN)
|
ຕອນບ່າຍວັນທີ 13 ທັນວາ, ຢູ່ສຳນັກງານກະຊວງການຕ່າງປະເທດ ຫວຽດນາມ, ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ນາງ ຫງວຽນມິງຮັ່ງ ແລະ ຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດ ຄູເວດ ທ່ານ Samee Essa Johar Hayat, ເປັນປະທານຮ່ວມກອງປະຊຸມທາບທາມຄວາມເຫັນດ້ານການເມືອງຄັ້ງທີ 4 ລະຫວ່າງກະຊວງການຕ່າງປະເທດຂອງ 2 ປະເທດ. ທີ່ກອງປະຊຸມ, 2 ຝ່າຍໄດ້ເປັນເອກະພາບບັນດາມາດຕະການເພີ່ມທະວີການຮ່ວມມືໃນໄລຍະຈະມາເຖິງ, ໃນນັ້ນ, ໃຫ້ບຸລິມະສິດຊຸກຍູ້ການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ໂດຍສະເພາະແມ່ນຂັ້ນສູງ ແລະ ເພີ່ມທະວີການພົບປະແລກປ່ຽນປະຊາຊົນ, ໃຫ້ບຸລິມະສິດເພີ່ມທະວີການຮ່ວມມືດ້ານເສດຖະກິດ, ການຄ້າ.
ທ່ານນາງ ຫງວຽນມິງຮັ່ງ ສະເໜີຊຸກຍູ້ການຮ່ວມມືໃນການແບ່ງປັນບົດຮຽນ, ຮັບຮູ້ເຊິ່ງກັນແລະກັນ ແລະ ລົງທຶນຜະລິດຜະລິດຕະພັນ Halal ແນໃສ່ເພີ່ມທະວີການສົ່ງອອກຂອງ ຫວຽດນາມ ເຂົ້າຕະຫຼາດ ຄູເວດ ແລະ ພາກພື້ນ, ຊຸກຍູ້ການດຶງດູດການລົງທຶນ. ພ້ອມກັນນັ້ນ, 2 ຝ່າຍເປັນເອກະພາບເພີ່ມທະວີການຮ່ວມມືໃນບັນດາຂົງເຂດມີຄວາມສາມາດບົ່ມຊ້ອນອື່ນ, ຄື: ຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ, ທ່ອງທ່ຽວ, ແຮງງານ, ການບິນ…, ຊຸກຍູ້ການເຈລະຈາ, ລົງນາມໃນບັນດາເອກະສານຮ່ວມມື ເພື່ອສ້າງກອບນິຕິກຳໃຫ້ແກ່ການຮ່ວມມື 2 ຝ່າຍ.

