ຕອນເຊົ້າວັນທີ 11 ມິຖຸນາ, ຢູ່ນະຄອນຫຼວງ ປາຣີ, ປະເທດ ຝລັ່ງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ໄປວາງພວງມາລາຢູ່ເຂດອະນຸສາວະລີປະທານ ໂຮ່ຈີມິນ ທີ່ນະຄອນ Montreuil; ຕ້ອນຮັບປະທານສະມາພັນອົງການເຈົ້າຂອງ ຝລັ່ງ Medef; ເຂົ້າຮ່ວມເວທີປາໄສວິສາຫະກິດ ຫວຽດນາມ - ຝລັ່ງ ແລະ ຕ້ອນຮັບວິສາຫະກິດ ຝລັ່ງ. ນີ້ແມ່ນການເຄື່ອນໄຫວສຸດທ້າຍຂອງຄະນະຜູ້ແທນຂັ້ນສູງ ຫວຽດນາມ ຢູ່ ຝລັ່ງ.
ກ່າວຄຳເຫັນທີ່ການເຂົ້າຮ່ວມເວທີປາໄສວິສາຫະກິດ ຫວຽດນາມ - ຝລັ່ງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ, ຫວຽດນາມ ເຊື້ອເຊີນບັນດາວິສາຫະກິດ ຝລັ່ງ ມາລົງທຶນເຂົ້າ ຫວຽດນາມ, ຮ່ວມເດີນທາງພ້ອມກັບ ຫວຽດນາມ ຮ່ວມມືພັດທະນາ. ນອກຈາກບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນແລ້ວ, ທ່ານນາຍົກລັດຖະມົນຕີສະເໜີໃຫ້ວິສາຫະກິດ 2 ປະເທດເຊື່ອມຕໍ່ການຮ່ວມມືຢ່າງເລິກເຊິ່ງ, ກວ້າງຂວາງນັບທັງຂົງເຂດວັດທະນະທຳ, ບັນເທິງ, ພື້ນຖານໂຄງລ່າງທ່ອງທ່ຽວອີກດ້ວຍ.
“ຝລັ່ງ ໄດ້ພ້ອມກັບລຸ້ນພໍ່ລຸ້ນອ້າຍຂອງ ຫວຽດນາມ ຊອກຫາໄດ້ຫຼາຍສະຖານທີ່ທ່ອງທ່ຽວ, ຄື: ຊາປາ, ຕາມດາວ, ເຊິມເຊີນ, ດ່າລາດ, ຍາຈາງ… ນີ້ແມ່ນບັນດາສະຖານທີ່ທ່ອງທ່ຽວທີ່ຊາວ ຝລັ່ງ, ປະຊາຊົນ ຝລັ່ງ ໄດ້ຮູ້ຈັກແລ້ວ. ພວກເຮົາເປີດກວ້າງຍົກລະດັບຂຶ້ນໃຫ້ສອດຄ່ອງກັບທ່າອ່ຽງຂອງຍຸກສະໄໝປະຈຸບັນ”.
ຕອນບ່າຍວັນດຽວກັນ (ຕາມເວລາທ້ອງຖິ່ນ), ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ພັນລະຍາ, ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງອອກຈາກ ສ.ຝລັ່ງ, ສິ້ນສຸດການຢ້ຽມຢາມ ຝລັ່ງ ຕາມຄຳເຊື້ອເຊີນຂອງທ່ານປະທານາທິບໍດີ ສ.ຝລັ່ງ Emmanuel Macron.
ປະເທດຕໍ່ໄປໃນການເດີນທາງຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງ ຫວຽດນາມ ແມ່ນ ລາຊະອານາຈັກ ຊູແອັດ. ນີ້ແມ່ນການຢ້ຽມຢາມຄັ້ງທຳອິດຂອງນາຍົກລັດຖະມົນຕີ ຫວຽດນາມ ໄປ ຊູແອັດ ໃນຮອບເວລາ 7 ປີຜ່ານມາ. ໃນລະຫວ່າງວັນທີ 11 – 13 ມິຖຸນາ, ຢູ່ ຊູແອັດ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຈະດຳເນີນການເຄື່ອນໄຫວ 2 ຝ່າຍຈຳນວນໜຶ່ງ ເພື່ອນຳມາເຊິ່ງກຳລັງໜູນການຮ່ວມມືພັດທະນາ ມີລັກສະນະບຸກທະລຸໃຫ້ແກ່ການພົວພັນລະຫວ່າງ 2 ປະເທດໃນຫຼາຍຂົງເຂດ.
