ເປັນຄັ້ງທຳອິດໃນທົ່ວປະເທດຈະໄດ້ພ້ອມກັນຈັດພິທີໄຂສົກຮຽນໃໝ່(ພາບປະກອບ)
|
ວັນທີ 05 ກັນຍາ, ນັກຮຽນກວ່າ 23 ລ້ານຄົນຢູ່ 52.000 ຮາກຖານການສຶກສາໃນທົ່ວປະເທດຈະເລີ່ມກ້າວເຂົ້າສົກຮຽນໃໝ່ 2025 – 2026 ດ້ວຍພິທີໄຂສົກຮຽນໃໝ່ພິເສດ, ທີ່ໄດ້ຈັດຂຶ້ນແຕກຕ່າງກັບປີກ່ອນໆ. ຕາມນັ້ນແລ້ວ, ເປັນຄັ້ງທຳອິດໃນທົ່ວປະເທດຈະໄດ້ພ້ອມກັນຈັດພິທີໄຂສົກຮຽນໃໝ່: ໃນຈຸດເວລາດຽວກັນ, ມີພິທີກຳດຽວກັນສຳລັບນັກຮຽນທຸກຊັ້ນ. ມາຮອດຈຸດເວລານີ້, ບັນດາຮາກຖານການສຶກສາໃນທົ່ວປະເທດກໍ່ປະຕິບັດສຳເລັດວຽກງານກະກຽມໃຫ້ແກ່ພິທີໄຂສົກຮຽນໃໝ່ແລ້ວ.
ພິທີໄຂສົກຮຽນໃໝ່ 2025 – 2026 ຈະຈັດຂຶ້ນຢູ່ສູນກອງປະຊຸມແຫ່ງຊາດ, ທີ່ ຮ່າໂນ້ຍ, ແຕ່ເວລາ 8 ໂມງຫາ 9 ໂມງ 30 ນາທີ, ເຊື່ອມຕໍ່ທາງໄກກັບບັນດາຮາກຖານການສຶກສາໃນທົ່ວປະເທດ, ນັບແຕ່ຂັ້ນອະນຸບານ ຕະຫຼອດຮອດຂັ້ນມະຫາວິທະຍາໄລ, ດ້ວຍບັນດາພິທີກຳສຳຄັນ, ຄື: ເຄົາລົບທຸງ, ຮ້ອງເພງຊາດ, ຕີກອງໄຂສົກຮຽນໃໝ່…
ພ້ອມກັບນັກຮຽນໃນທົ່ວປະເທດ, ນັກຮຽນຢູ່ເຂດພູດອຍ, ເຂດຊາຍແດນ, ທະເລໝູ່ເກາະ ຢູ່ທ້ອງຖິ່ນຕ່າງໆ ກໍ່ໄດ້ກະກຽມຄວາມພ້ອມໃຫ້ແກ່ສົກຮຽນໃໝ່ແລ້ວ.

