ພາຍຫຼັງ 3 ວັນເຫດໂຮງຮຽນກິນນອນ ມຸດສະລິມ Al Khozyni ຢູ່ທາງທິດຕາເວັນອອກ Java ຂອງ ອິນໂດເນເຊຍ ຖືກຖະຫຼົ່ມ, ມີຜູ້ລອດຊີວິດ 103 ຄົນ ແລະ ເສຍຊີວິດ 5 ຄົນ ແລະ ຍັງມີຜູ້ຫາຍສາບສູນ 59 ຄົນ. ໃນການຖະແຫຼງຂ່າວກ່ຽວກັບອຸບັດຕິເຫດດັ່ງກ່າວ ທີ່ດຳເນີນໃນວັນທີ 02 ຕຸລາ, ຢູ່ ຈາກາຕາ, ທ່ານ Suharyanto, ຜູ້ອຳນວຍການອົງການຄຸ້ມຄອງວິນາດຕະກຳແຫ່ງຊາດ (BNPB), ໃຫ້ຮູ້ວ່າ ສຳລັບດ້ານວິທະຍາສາດ, ບໍ່ມີສັນຍານໃດທີ່ບົ່ງບອກໃຫ້ເຫັນວ່າເຂົາເຈົ້າຍັງມີຊີວິດຢູ່ກອງຊາກຫັກພັງຢູ່ບ່ອນເກີດເຫດດັ່ງກ່າວ.
ໂຮງຮຽນ Al Khoziny ຖືກຖະຫຼົ່ມໃນວັນທີ 29 ກັນຍາຜ່ານມາ ແມ່ນພວມຢູ່ໃນວິວັດການກໍ່ສ້າງ. ໃນຂະນະທີ່ ບັນດານັກຮຽນພວມສວດມົນຕອນບ່າຍຢູ່ຊັ້ນລຸ່ມຂອງຕຶກອາຄານດັ່ງກ່າວ, ບັນດາຊັ້ນເທິງທີ່ພວມດຳເນີນການກໍ່ສ້າງນັ້ນ ໄດ້ລົ້ມຖະຫຼົ່ມລົງມາ.
ຟ້າມຮ່າ, ນັກຂ່າວ VOV ປະຈຳອິນໂດເນເຊຍ
