ການພົບປະສົນທະນາພາຍໃຕ້ຫົວຂໍ້ “ເຂດພັດທະນານະຄອນ ໂຮ່ຈີມິນ - ກຳລັງໜູນຈາກການສ້າງລະບົບສະໜອງ ແລະ ຂາຍຍ່ອຍ” (ພາບ: VOV) |
ຕາມການນຳພະແນກອຸດສາຫະກຳ ແລະ ການຄ້ານະຄອນ ໂຮ່ຈີມິນ ແລ້ວ, ໃນໄລຍະຈະມາເຖິງ, ທາງນະຄອນໄດ້ກຳນົດເນື້ອໃນຈຸດສຸມຈຳນວນໜຶ່ງ, ເຊັ່ນ: ພັດທະນາການວາງແຜນຜັງເຂດການຄ້າ - ການບໍລິການຕິດພັນກັບຕົວເມືອງຫຼາກຫຼາຍສູນການຄ້າ, ຍາດແຍ່ງທ່າໄດ້ປຽບອວ່າຍໜ້າໄປສູ່ທະເລ, ຍູ້ແຮງວິວັດການສ້າງໂຄງປະກອບການສະໜອງບັນດາຂະແໜງສິນຄ້າຍຸດທະສາດຕາມທິດຂະຫຍັນຂັນເຄື່ອນ, ເປັນເຈົ້າການ. ທ່ານ ບຸ່ຍຕາຮວ່າງຫວູ, ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້ານະຄອນ ໂຮ່ຈີມິນ, ໃຫ້ຮູ້ວ່າ:
“ໂດຍຍາດແຍ່ງທ່າໄດ້ປຽບອວ່າຍໜ້າໄປສູ່ທະເລ, ເພີ່ມທະວີການຮ່ວມສຳພັນເຂດ. ໃນນັ້ນ, ໃຫ້ບຸລິມະສິດສ້າງຕັ້ງບັນດາເຂດສູນການຄ້າ - ພະລາທິການ - ຕະຫຼາດຂາຍສົ່ງ - logistics ຢູ່ເຂດທາງທິດໃຕ້ ຍ່າແບ່, ທາງທິດຕາເວັນຕົກ ບິ່ງແຈັງ (ເກົ່າ), ເຊື່ອມຕໍ່ກັບບັນດາເສັ້ນທາງອ້ອມຮອບນະຄອນ ແລະ ທ່າກ່ຳປັ່ນທະເລ. ທາງນະຄອນກໍຊຸກຍູ້ການຫັນເປັນດີຈີຕອນຢ່າງແຮງ, ຖືຕະຫຼາດແບບເກົ່າ, ສະຫະກອນ, ວິສາຫະກິດຂະໜາດກາງ ແລະ ນ້ອຍ ເປັນໃຈກາງໃນການຫັນປ່ຽນການບໍລິຫານ, ຄຸ້ມຄອງ, ຊຳລະ ແລະ ເຊື່ອມຕໍ່ລະບົບສະໜອງ.”

