ຂໍ້ຕົກລົງດັ່ງກ່າວ ມີຜົນສັກສິດໃນທັນທີ ແລະ ຈະໄດ້ຮັບການຈັດຕັ້ງຜັນຂະຫຍາຍຈົນເຖິງເມື່ອມີແຈ້ງການສະບັບໃໝ່. ໃນຂະນະນັ້ນ, ບັນດາຖ້ຽວບິນລະຫວ່າງ ກຳປູເຈຍ ແລະ ໄທ ຍັງເຄື່ອນໄຫວເປັນປົກກະຕິ.
ປະຊາຊົນກຳປູເຈຍ ຍົກຍ້າຍໄປຍັງບ່ອນປອດໄພ |
ກ່ອນໜ້ານັ້ນ, ຕອນບ່າຍໃນວັນດຽວກັນ, ທ່ານປະທານສະພາສູງ ກຳປູເຈຍ Hun Sen ສະເໜີໃຫ້ນາຍົກລັດຖະມົນຕີ ແລະ ລັດຖະບານພິຈາລະນາຢຸດຕິທຸກການເຄື່ອນໄຫວໄປມາຫາສູ່ຢູ່ເຂດຊາຍແດນຂອງປະຊາຊົນສອງປະເທດ ກຳປູເຈຍ - ໄທ. ຕາມນັ້ນແລ້ວ, ປະຊາຊົນ ກຳປູເຈຍ ພວມຢູ່ອາໄສຢູ່ ໄທ ສືບຕໍ່ດຳລົງຊີວິດ ແລະ ເຮັດວຽກຢູ່ ໄທ, ໃນຂະນະນັ້ນ, ພົນລະເມືອງ ໄທ ພວມດຳລົງຊີວິດ ແລະ ເຮັດວຽກຢູ່ ກຳປູເຈຍ ກໍສືບຕໍ່ຢູ່ ກຳປູເຈຍ ຈົນເຖິງເມື່ອປະຕິບັດຄຳສັ່ງຢຸດຍິງຢ່າງຄົບຖ້ວນ. ຕາມທ່ານ Hun Sen ແລ້ວ, ມາດຕະການນີ້ ເພື່ອແນໃສ່ຮັບປະກັນຄວາມປອດໄພໃຫ້ແກ່ປະຊາຊົນ ກຳປູເຈຍ ແລະ ໄທ, ພິເສດແມ່ນການເຄື່ອນໄຫວໄປມາຫາສູ່ຢູ່ເຂດຊາຍແດນ. ທ່ານ Hun Sen ກໍຮຽກຮ້ອງໃຫ້ລັດຖະບານລາຊະອານາຈັກ ໃຫ້ຄວາມເອົາໃຈໃສ່ເຖິງການປົກປັກຮັກສາຄວາມປອດໄພໃຫ້ແກ່ພົນລະເມືອງ ໄທ ທີ່ພວມດຳລົງຊີວິດຢູ່ ກຳປູເຈຍ.
ວັນໂດະ, ຕວັນແອັງ - ນັກຂ່າວ VOV ປະຈຳ ກຳປູເຈຍ
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

