(ນາຍທະຫານຊ່າງແສງເລກ 3 ຫວຽດນາມ ປູກຕົ້ນໄມ້)

ເພື່ອຕອບສະໜອງວັນສິ່ງແວດລ້ອມໂລກ, ວັນທີ 05 ມິຖຸນາ, ກອງທະຫານຊ່າງແສງເລກ 3 ຂອງ ຫວຽດນາມ ພວມປະຕິບັດໜ້າທີ່ຮັກສາສັນຕິພາບຢູ່ຄະນະປະຕິບັດງານກຳລັງຊົ່ວຄາວຮັກສາຄວາມໝັ້ນຄົງ ສປຊ (UNISFA) ປະຈຳ Abyei, ຊູດັງໃຕ້, ໄດ້ຕອບສະໜອງການເຂົ້າຮ່ວມບັນດາການເຄື່ອນໄຫວແທດຈິງ ເພື່ອຍົກສູງສະຕິປົກປັກຮັກສາສິ່ງແວດລ້ອມ, ແຜ່ຂະຫຍາຍສານດຳລົງຊີວິດສີຂຽວ, ຍືນຍົງຢູ່ເຂດຕັ້ງທັບ ແລະ ເຂດຊຸມຊົນປະເທດປະຈຳຖິ່ນ.

ພ້ອມກັບບັນດາກົມກອງທະຫານ, ພົນລະເຮືອນສາກົນ ແລະ ກຳລັງຮັກສາສັນຕິພາບທີ່ມາຈາກຫຼາຍປະເທດ, ບັນດານາຍທະຫານຊ່າງແສງເລກ 3 ຫວຽດນາມ ໄດ້ເຂົ້າຮ່ວມບັ້ນໂຄສະນາຮັກສາອະນາໄມສິ່ງແວດລ້ອມ, ໃນນັ້ນມີພິທີປຸກລະດົມເດີນຂະບວນເພື່ອສິ່ງແວດລ້ອມ ສົມທົບກັບການເກັບຂີ້ເຫຍືອ ແລະ ປູກຕົ້ນໄມ້ລຽບຕາມບັນດາເສັ້ນທາງໃນເຂດຕັ້ງຄ້າຍຂອງຄະນະປະຕິບັດງານ, ເກັບຂີ້ເຫຍືອຢູ່ເຂດຕະຫຼາດ Mul Mul…

(ນາຍທະຫານຊ່າງແສງເລກ 3 ຫວຽດນາມ ໄດ້ເຂົ້າຮ່ວມບັ້ນໂຄສະນາຮັກສາອະນາໄມສິ່ງແວດລ້ອມ)

ທ່ານພັນຕີ ຫງວຽນຢຸຍນາມ, ຫົວໜ້າກອງເສນາທິການ - ຮັບປະກັນ, ກອງທະຫານຊ່າງແສງເລກ 3 ໃຫ້ຮູ້ວ່າ:

“ການເຄື່ອນໄຫວຕອບສະໜອງວັນສິ່ງແວດລ້ອມໂລກໃນມື້ນີ້ ສະແດງໃຫ້ເຫັນຢ່າງຈະແຈ້ງຄຳໝັ້ນສັນຍາຂອງກອງທະຫານຊ່າງແສງເລກ 3, ບໍ່ພຽງແຕ່ໃນການປະຕິບັດໜ້າທີ່ຮັກສາສັນຕິພາບເທົ່ານັ້ນ, ຫາກຍັງປະກອບສ່ວນເຂົ້າໃນຄວາມມານະພະຍາຍາມລວມຂອງປະຊາຄົມສາກົນໃນການປົກປັກຮັກສາສິ່ງແວດລ້ອມອີກດ້ວຍ. ຜ່ານນັ້ນ, ພວກຂ້າພະເຈົ້າຢາກສົ່ງສານທີ່ວ່າ ຈົ່ງຮັກສາສັນຕິພາບ ຕິດພັນກັບການປົກປັກຮັກສາໜ່ວຍພິພົບ - ສິ່ງທີ່ແທດຈິງ ແລະ ມະນຸດສະທຳ.”

ໂດຍແມ່ນຜູ້ນຳໜ້າການເຂົ້າຮ່ວມ, ທ່ານນາງຮ້ອຍເອກ ຫງວຽນທິຖຸຍຮ່າ, ກອງທະຫານຊ່າງແສງເລກ 3, ໃຫ້ຮູ້ວ່າ:

“ໂດຍແມ່ນນາຍທະຫານຍິງຜູ້ໜຶ່ງທີ່ເຂົ້າຮ່ວມການເຄື່ອນໄຫວສິ່ງແວດລ້ອມຢູ່ບໍລິເວນທີ່ຫຍຸ້ງຍາກ, ຂ້າພະເຈົ້າມີຄວາມເອອ້າງທະນົງໃຈເມື່ອໄດ້ປະກອບສ່ວນອັນນ້ອຍໆເຂົ້າໃນວຽກງານໃຫຍ່ - ປົກປັກຮັກສາສີຂຽວຂອງສິ່ງແວດລ້ອມ. ເຂົ້າຮ່ວມການເຄື່ອນໄຫວໃນມື້ນີ້, ຂ້າພະເຈົ້າຮູ້ສຶກໄດ້ຄວາມສະໜິດຕິດພັນລະຫວ່າງເພື່ອນຮ່ວມກົມກອງ, ແລະ ພິເສດແມ່ນຄວາມເອົາໃຈໃສ່, ຈູມຈ້າວຂອງຊາວທ້ອງຖິ່ນ, ໂດຍສະເພາະແມ່ນພວກເດັກ”.

ພ້ອມກັບບັນດາການເຄື່ອນໄຫວຕອບສະໜອງວັນສິ່ງແວດລ້ອມໂລກ, ກອງທະຫານຊ່າງແສງເລກ 3 ໄດ້ປະກອບສ່ວນສຳຄັນຫຼາຍຢ່າງໃນວຽກງານຍົກສູງຄວາມຮັບຮູ້ ແລະ ປົວແປງຊີວິດການເປັນຢູ່ຂອງປະຊາຊົນ Abyei.