ຕາມແຈ້ງການຂອງກອງບັນຊາການກຳລັງທະຫານເຮືອ ອາເມລິກາ ຮັບຜິດຊອບພາກພື້ນ ອາເມລິກາ ໃຕ້ ແລະ ກາຣີເບ ແລ້ວ, ກໍ່າປັ່ນສະໜາມບິນໃຫຍ່ສຸດໃນໂລກ ມີຊື່ວ່າ USS Gerald R. Ford ໄດ້ເດີນທາງໄປຍັງເຂດຮັບຜິດຊອບຂອງກົມກອງນີ້. ເລື່ອງຜັນຂະຫຍາຍໄດ້ປະຕິບັດຕາມຄຳສັ່ງປະກາດໃຊ້ກ່ອນນີ້ເກືອບ 3 ອາທິດ, ແນໃສ່ໜູນຊ່ວຍບັນດາຄວາມມານະພະຍາຍາມສະກັດກັ້ນການເຄື່ອນໄຫວຊື້ຂາຍຢາເສບຕິດໃນພາກພື້ນນີ້.

ປັດຈຸບັນ, ອຳນາດການປົກຄອງຂອງ ທ່ານ Donald Trump ພວມດຳເນີນບັ້ນຮົບການທະຫານເປີດກວ້າງຢູ່ເຂດ ກາຣີເບ ແລະ ທາງທິດຕາເວັນອອກ ປາຊີຟິກ, ຜັນຂະຫຍາຍກຳລັງທະຫານເຮືອ ແລະ ກອງທັບອາກາດ, ແນໃສ່ສືບສວນບັນດາກ່ຳປັ່ນ ເຊິ່ງ ອາເມລິກາ ກ່າວຫາວ່າ ຂົນສົ່ງຢາເສບຕິດ./.