ໂຄສົກກະຊວງການຕ່າງປະເທດ ລັດເຊຍ ທ່ານນາງ Maria Zakharova(ພາບ: REUTERS/Maxim Shemetov)
|
ວັນທີ 06 ກໍລະກົດ, ໂຄສົກກະຊວງການຕ່າງປະເທດ ລັດເຊຍ ທ່ານນາງ Maria Zakharova ໃຫ້ຮູ້ວ່າ, ຈຸດເວລາດຳເນີນການເຈລະຈາຮອບໃໝ່ກັບ ອາເມລິກາ ຍັງບໍ່ທັນໄດ້ກຳນົດເທື່ອ, ແຕ່ບັນດາຝ່າຍຍັງຮັກສາການຕິດຕໍ່ເປັນປະຈຳເພື່ອແກ້ໄຂບັນດາຄວາມບໍ່ລົງລອຍກັນ.
ຕາມທ່ານນາງ Maria Zakharova ແລ້ວ, ລັດເຊຍ ເຫັນວ່າ ອາເມລິກາ ຍັງມີຄວາມສົນໃຈກ່ຽວກັບການຟື້ນຟູການພົວພັນ 2 ຝ່າຍ. ການທາບທາມຄວາມເຫັນ 2 ຄັ້ງກ່ຽວກັບບັນດາບັນຫາທີ່ຮັບຖືວ່າ “ບໍ່ສະບາຍໃຈ” ໃນການພົວພັນ 2 ປະເທດໄດ້ຈັດຂຶ້ນ. ເຖິງຢ່າງໃດກໍ່ຕາມ, ຮອບເຈລະຈາຄັ້ງທີ 3 ຍັງບໍ່ສາມາດຈັດຂຶ້ນໄດ້ຍ້ອນຝ່າຍ ອາເມລິກາ ສະເໜີໂຈະໄວ້. ທ່ານນາງກໍ່ເນັ້ນໜັກວ່າ, ການພົວພັນລະຫວ່າງ ລັດເຊຍ ແລະ ອາເມລິກາ ບໍ່ເຄີຍຖືກຕັດຂາດເທື່ອ.

