ຄະນະບໍລິຫານງານສະຫະສະມາຄົມຜັກໝາກໄມ້ສະໄໝທີ V (ພາບ: VOV)

ໃນກອງປະຊຸມສະໄໝທີ V (2024 – 2029) ໄດ້ດຳເນີນໃນຕອນບ່າຍວັນທີ 6 ມັງກອນ, ສະຫະສະມາຄົມຜັກໝາກໄມ້ ຫວຽດນາມ ໃຫ້ຮູ້ວ່າ ແຕ່ປີ 2023 ມາຮອດປັດຈຸບັນ, ການສົ່ງອອກຜັກໝາກໄມ້ ຫວຽດນາມ ໄດ້ມີການເຕີບໂຕກະໂດດຂັ້ນ. ປີ 2023, ການສົ່ງອອກຜັກໝາກໄມ້ຄັ້ງທຳອິດບັນລຸລະດັບສະຖິຕິ 5,6 ຕື້ USD, ເພີ່ມຂຶ້ນເກືອບ 60% ເມື່ອທຽບໃສ່ປີ 2022. ໃນປີຜ່ານມາ, ການສົ່ງອອກຜັກໝາກໄມ້ບັນລຸ 7,2 ຕື້ USD. ໃນສະໄໝທີ V, ສະຫະສະມາຄົມຜັກໝາກໄມ້ ຫວຽດນາມ ວາງອອກ 07 ໜ້າທີ່, ໃນນັ້ນ ສ້າງເງື່ອນໄຂເພື່ອໃຫ້ຜູ້ຜະລິດ ແລະ ວິສາຫະກິດຮ່ວມມື, ຮ່ວມທຸລະກິດ, ຮ່ວມສຳພັນສ້າງລະບົບສະໜອງ ແລະ ລະບົບມູນຄ່າເປັນປົກກະຕິ, ຍືນຍົງ, ຍົກສູງທ່ວງທ່າ ແລະ ກຳລັງຂອງຜັກໝາກໄມ້ ຫວຽດນາມ ໃນເວທີສາກົນ… ທ່ານ ຫງວຽນແທັງບິ່ງ, ປະທານສະຫະສະມາຄົມຜັກໝາກໄມ້ ຫວຽດນາມ, ໃຫ້ຮູ້ວ່າ: ຂະແໜງຜັກໝາກໄມ້ ຫວຽດນາມ ບັນລຸຄາດໝາຍສົ່ງອອກ 10 ຕື້ USD ຕໍ່ປີ.

“ພວກເຮົາສືບຕໍ່ນຳບັນດາຂໍ້ສະເໜີແນະຂອງວິສາຫະກິດທີ່ມີຕໍ່ລັດໃນການສ້າງ, ດັດປັບນະໂຍບາຍໃຫ້ແທດເໝາະກັບສະພາບການໃໝ່. ຜ່ານນັ້ນ, ກໍ່ຊ່ວຍໃຫ້ຜູ້ຜະລິດ, ວິສາຫະກິດປັບຕົວໃຫ້ເໝາະສົມກັບການເໜັງຕີງຂອງຕະຫຼາດ… ສະຫະສະມາຄົມກໍໄດ້ປະຕິບັດບົດບາດຂົວຕໍ່ຢ່າງລຸລ່ວງ ແລະ ຖືນີ້ແມ່ນການເຄື່ອນໄຫວຈຸດສຸມໃນໄລຍະເວລາຈະມາເຖິງ.”