(ພາບປະກອບ: Reuters ) |
ວັນທີ 27 ກັນຍາ, ສື່ມວນຊົນ ລັດເຊຍ ໃຫ້ຮູ້ວ່າ: ພາຍຫຼັງໄດ້ປ່ອນບັດ 2 ຄັ້ງຢູ່ສະມັດຊາໃຫ່ຍຄະນະກຳມະການ Paralympic ສາກົນ (IPC) ຈັດຂຶ້ນຢູ່ ເຊີອູນ, ສ.ເກົາຫຼີ, IPC ໄດ້ຟື້ນຟູຖານະເປັນສະມາຊິກຂອງຄະນະກຳມະການ Paralympic ລັດເຊຍ (RPC) ແລະ ຄະນະກຳມະການ Paralympic ເບລາຣຸດ.
ຕາມທ່ານ Pavel Rozhkov, ປະທານ RPC, IPC ໄດ້ພິສູດໃຫ້ເຫັນຄວາມສຳຄັນຂອງເລື່ອງປົກປ້ອງສິດຜົນປະໂຫຍດຂອງບັນດານັກກິລາສຳລັບອົງການຈັດຕັ້ງນີ້. ທ່ານ Rozhkov ເນັ້ນໜັກວ່າ, ນັບແຕ່ປີ 2022, ທົ່ວຂະບວນການ Paralympic ລັດເຊຍ ໄດ້ຊອກຫາມາດຕະການຢ່າງຍຸດຕິທຳໃຫ້ແກ່ບັນດານັກກິລາຂອງຕົນ ຜູ້ທີ່ບໍ່ສາມາດເຂົ້າຮ່ວມບັນດາງານແຂ່ງຂັນສາກົນ.
ດ້ວຍຂໍ້ຕົກລົງຂອງ IPC, ບັນດານັກກິລາ Paralympic ລັດເຊຍ ສາມາດນຳເອົາທຸງຊາດ, ເພງຊາດ ພ້ອມດ້ວຍບັນດາສັນຍາລັກແຫ່ງຊາດອື່ນໆຂອງ ລັດເຊຍ ເພື່ອເຂົ້າງານມະຫາກຳກິລາ Paralympic ແລະ ບັນດາງານແຂ່ງຂັນກິລາອື່ນໂດຍ IPC ຄຸ້ມຄອງ. ຕາມແຜນການ, ງານມະຫາກຳກິລາ Paralympic 2026 ຈະຖືກຈັດຂຶ້ນຢູ່ ອີຕາລີ.

