ທ່ານ ໂດຕຽນຊີ ຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງ ຫວຽດນາມ (ພາບ: VOV5)

ຮຽນທ່ານຜູ້ຟັງຂອງວິທະຍຸກະຈາຍສຽງຫວຽດນາມ ຢູ່ຫວຽດນາມ ແລະ ໃນທົ່ວໂລກດ້ວຍຄວາມນັບຖືຢ່າງສູງ!

ຮຽນພໍ່ແມ່ພີ່ນ້ອງຊາວຫວຽດນາມ ທີ່ີພວມດຳລົງຊີວິດ, ເຮັດວຽກ ແລະ ຮ່ຳຮຽນຢູ່ຕ່າງປະເທດດ້ວຍຄວາມນັບຖືຢ່າງສູງ!

ເນື່ອງໃນໂອກາດປີໃໝ່ 2025, ໂດຍຕາງໜ້າວິທະຍຸກະຈາຍສຽງ ຫວຽດນາມ, ຂ້າພະເຈົ້າຂໍສົ່ງຄຳອວຍພອນປີໃໝ່ອັນປະເສີດທີ່ສຸດໄປຍັງປະຊາຄົມຊາວຫວຽດນາມອາໄສຢູ່ຕ່າງປະເທດ.

ຂໍອວຍພອນໃຫ້ທ່ານຜູ້ຟັງໃນ 5 ທະວີບທົ່ວໂລກຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ການງານຂອງຕົນ.

ທ່ານຜູ້ຟັງທີ່ເຄົາລົບ ແລະ ພໍ່ແມ່ພີນ້ອງຊາວຫວຽດນາມອາໄສຢູ່ຕ່າງປະເທດທີ່ຮັກແພງ!

ປີ 2024, ຫວຽດນາມ ສືບຕໍ່ມີການຫັນປ່ຽນຢ່າງແຮງໃນທຸກຂົງເຂດໃນ ຊີວິດສັງຄົມ. ຂອບຂະໜາດ, ລະດັບພື້ນຖານເສດຖະກິດໄດ້ຮັບການຍົກສູງ. ຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນໄດ້ຮັບການປົວແປງຢ່າງເຫັນໄດ້ຊັດ. ການພົວພັນລະຫວ່າງ ຫວຽດນາມ ແລະ ເພື່ອນມິດໃນ 5 ທະວີບທົ່ວໂລກນັບມື້ນັບເປີດກວ້າງ ແລະ ໄດ້ຮັບການຍົກສູງຂຶ້ນສູ່ລະດັບສູງໃໝ່. ຫວຽດນາມໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາໃນທົ່ວໂລກ.

ບັນດາຜົນສຳເລັດຂອງປະເທດຊາດໃນປີ 2024 ໄດ້ຢັ້ງຢືນຈິດໃຈມະຫາສາມັກຄີທົ່ວປວງຊົນ, ການສະໜັບສະໜູນຂອງປະຊາຊົນທັງຢູ່ພາຍໃນ ແລະ ຕ່າງປະເທດຕໍ່ແຜນນະໂຍບາຍ, ແນວທາງຂອງພັກ, ນະໂຍບາຍ, ກົດໝາຍຂອງລັດ.

ທ່ານຜູ້ຟັງທີ່ເຄົາລົບ ແລະ ພໍ່ແມ່ພີນ້ອງທີ່ຮັກແພງ!

ສຳລັບວິທະຍຸກະຈາຍສຽງຫວຽດນາມ, ປີ 2024, ໝູ່ຄະນະພະນັກງານ, ນັກຂ່າວ, ບັນນາທິການ, ນັກເຕັກນິກ, ນັກສິລະປິນ, ນັກສະແດງ ແລະ ຜູ້ອອກແຮງງານຂອງວິທະຍຸກະຈາຍສຽງໄດ້ມານະພະຍາຍາມປະຕິບັດສຳເລັດໜ້າທີ່ທີ່ໄດ້ຮັບການມອບໝາຍ, ປະກອບສ່ວນກຳນົດທິດຫາງສຽງ, ສ້າງຄວາມເຫັນດີເຫັນພ້ອມໃນສັງຄົມ, ປະກອບສ່ວນຢ່າງຕັ້ງໜ້າ, ມີປະສິດທິຜົນໃນການຖະແຫຼງຂ່າວ, ສື່ສານຂອງປະເທດຊາດ, ຊ່ວຍເພື່ອນມິດສາກົນໃນທົ່ວໂລກມີຄວາມເຂົ້າໃຈກ່ຽວກັບປະເທດຊາດ ແລະ ຊາວຫວຽດນາມຫຼາຍກ່ວາເກົ່າ.

ວິທະຍຸກະຈາຍສຽງຫວຽດນາມພວມມານະພະຍາຍາມຮັບໃຊ້ມວນຊົນໄດ້ດີກວ່າເກົ່າ, ໃນນັ້ນ ພາກສ່ວນທີ່ສຳຄັນທີ່ສຸດແມ່ນຊາວຫວຽດນາມອາໄສຢູ່ຕ່າງປະເທດ ແລະ ຊາວຕ່າງປະເທດ, ຍົກສູງຖານະບົດບາດ, ເຄື່ອງໝາຍເພື່ອກາຍເປັນໜຶ່ງໃນບັນດາວິທະຍຸກະຈາຍສຽງ ແຖວໜ້າພາກພື້ນ ແລະ ໂລກ. ສິ່ງນີ້ມີຄວາມສຳຄັນຍິ່ງເມື່ອປີ 2025 ນີ້, ທາງວິທະຍຸກະຈາຍສຽງຫວຽດນາມ ສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງ. ພະແນກບັນດາລາຍການກະຈາຍສຽງພາກພາສາຕ່າງປະເທດ (VOV5) ພ້ອມທັງສະເຫຼີມສະຫຼອງ 80 ປີແຫ່ງວັນອອກອາກາດລາຍການກະຈາຍສຽງພາກພາສາຕ່າງປະເທດທຳອິດ (07/9/1945 - 07/9/2025).

ແລະກໍ່ໃນປີ 2025ນີ້, ຫວຽດນາມ ຈະໄດ້ດຳເນີນຫຼາຍເຫດການສຳຄັນ ມີຄວາມໝາຍສຳຄັນໃນຂະບວນວິວັດແຫ່ງການພັດທະນາຂອງປະເທດຊາດ.

ບົນໄລຍະທາງພັດທະນາໃໝ່, ກ້າວເຂົ້າສູ່ສັງກາດບຸກບືນຂອງຊາດ, ຂ້າພະເຈົ້າຫວັງວ່າພໍ່ແມ່ພີນ້ອງຊາວຫວຽດນາມອາໄສຢູ່ຕ່າງປະເທດ ກໍ່ຄືທ່ານຜູ້ຟັງທັງຢູ່ພາຍໃນ ແລະ ຕ່າງປະເທດ ຈະສືບຕໍ່ສະໜັບສະໜູນການພັດທະນາຂອງ ຫວຽດນາມ, ຮ່ວມເດີນທາງ, ມີຄວາມສະໜິດຕິດພັນກັບວິທະຍຸກະຈາຍສຽງ ຫວຽດນາມ ແລະ VOV5.

ເນື່ອງໃນໂອກາດປີໃໝ່ 2025, ອີກຄັ້ງໜຶ່ງ ຕາງໜ້າໃຫ້ວິທະຍຸກະຈາຍສຽງ ຫວຽດນາມ, ຂ້າພະເຈົ້າຂໍອວຍພອນໃຫ້ທ່ານຜູ້ຟັງທັງຢູ່ພາຍໃນ ແລະ ຕ່າງປະເທດ, ພໍ່ແມ່ພີນ້ອງຊາວຫວຽດນາມທີ່ອາໄສຢູ່ຕ່າງປະເທດ ປີໃໝ່ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ວັດທະນາຖາວອນ.