ທີ່ການໂອ້ລົມສົນທະນາທາງໄກ
(ພາບ: TTXVN)

ຕອນບ່າຍວັນທີ 24 ມິຖຸນາ, ຢູ່ ຮ່າໂນ້ຍ, ກົມສົ່ງເສີມການຄ້າ, ກະຊວງອຸດສາຫະກຳການຄ້າ ຫວຽດນາມ, ພ້ອມກັບອົງການການຄ້າ ຫວຽດນາມ ປະຈຳ ສະຫະພັນ ລັດເຊຍ ຈັດການໂອ້ລົມສົນທະນາທາງໄກ ດ້ວຍຫົວຂໍ້ “ສົ່ງເສີມການຄ້າໄປຍັງຕະຫຼາດ ເອີລົບ: ຊຸກຍູ້ການສົ່ງອອກໄປຍັງສະຫະພັນ ລັດເຊຍ ແລະ ສ.ເບລາຣຸດ”.

ຕາມການສະຖິຕິຊີ້ໃຫ້ເຫັນວ່າ, ໃນ 4 ເດືອນຕົ້ນປີ 2025, ການຄ້າ 2 ສົ້ນ ຫວຽດນາມ ແລະ ລັດເຊຍ ບັນລຸ 1,57 ຕື້ USD, ເທົ່າກັບ 34% ຂອງທັງປີກ່ອນ. ບັນດາປະເພດສິນຄ້າສົ່ງອອກຫຼັກຂອງ ຫວຽດນາມ ໄປຍັງ ລັດເຊຍ, ຄື: ສິນໃນນ້ຳ, ກາເຟ, ຊາ, ເຄື່ອງຕຳແຜ່ນຕັດຫຍິບ… ກົງກັນຂ້າມ, ຫວຽດນາມ ນຳເຂົ້າຈາກ ລັດເຊຍບັນດາຜະລິດຕະພັນອຸດສາຫະກຳທີ່ຈຳເປັນ, ຄື: ຝຸນເຄມີ, ຖ່ານຫີນ, ນ້ຳມັນ… ເຖິງຢ່າງໃດກໍ່ຕາມ, ການເຄື່ອນໄຫວດ້ານການຄ້າລະຫວ່າງ 2 ປະເທດຍັງໃຫຍ່ຫຼວງຢູ່ເພື່ອພັດທະນາ, ໂດຍສະເພາະແມ່ນໃນຂົງເຂດຜະລິດຕະພັນກະເສດ, ທັນຍາຫານປຸງແຕ່ງ, ການຢາ ແລະ ເຄື່ອງອຸປະກອນການແພດ, ບັນດາຂົງເຂດມີຄວາມຕ້ອງການສູງຢູ່ ລັດເຊຍ ທີ່ຍັງບໍ່ທັນໄດ້ຂຸດຄົ້ນໄດ້ໝົດເທື່ອ.

ກ່ຽວກັບຕະຫຼາດ ເບລາຣຸດ, ໄປຄຽງຄູ່ກັບບັນດາຜະລິດຕະພັນທີ່ເປັນມູນເຊື້ອ, ຄື: ສິນໃນນ້ຳ, ກາເຟ, ເຂົ້າສານ, ຫວຽດນາມ ມີໂອກາດເປີດກວ້າງການສົ່ງອອກໄປຍັງ ເບລາຣຸດ ບັນດາປະເພດສິນຄ້າ, ຄື: ເຄື່ອງເອເລັກໂຕນິກ, ເກີບໜັງ, ເຄື່ອງຕຳແຜ່ນຕັດຫຍິບ…