ທ່ານນາງ Ursula Von der Leyen (ພາບ: TTXVN) |
ວັນທີ 17 ທັນວາ, ທ່ານນາງ Ursula Von der Leyen ຖະແຫຼງວ່າ ບໍ່ອາດປະໃຫ້ອົງການກໍ່ການຮ້າຍ “ລັດອິດສະລາມ” (IS) ຟື້ນຕົວ ຢູ່ ຊີຣີ ພາຍຫຼັງທ່ານປະທານາທິບໍດີ Bashar al – Assad ຖືກໂຄ່ນລົ້ມ. ກ່າວຄຳເຫັນທີ່ກອງປະຊຸມຖະແຫຼງການຮ່ວມກັບທ່ານປະທານາທິບໍດີ ຕວັກກີ Recep Tayyip Erdogan ຢູ່ Ankara, ທ່ານນາງ Ursula Von der Leyen ກ່າວເຕືອນຄວາມສ່ຽງ IS ຟື້ນຕົວແມ່ນມີຈິງ, ພ້ອມທັງເນັ້ນໜັກວ່າ: “ພວກຂ້າພະເຈົ້າບໍ່ອາດປະໃຫ້ສິ່ງດັ່ງກ່າວເກີດຂຶ້ນອີກ”. ຕາມທ່ານນາງແລ້ວ, ສະຫະພາບເອີຣົບ (EU) ຈະເພີ່ມທະວີການເຈລະຈາໂດຍກົງກັບ Hayat Tahrir al – Sham (HTS) - ເຊິ່ງເປັນກຳລັງທີ່ພວມກຳອຳນາດຢູ່ ຊີຣີ ແລະ ບັນດາຝ່າຍອື່ນໆ.
ສ່ວນທ່ານ Erdogan ເຫັນດີກັບ EC ກ່ຽວກັບຄວາມຕ້ອງການສ້າງຕັ້ງລັດຖະບານຕາງໜ້າໃຫ້ຫຼາຍພາກສ່ວນຢູ່ ຊີຣີ. ທ່ານສະແດງຄວາມຫວັງວ່າ EU ຈະໜູນຊ່ວຍປະຊາຊົນ ຊີຣີ ກັບຄືນສູ່ບ້ານເກີດເມືອງນອນ ພາຍຫຼັງການປະທະກັນແກ່ຍາວເປັນເວລາ 13 ປີ.

