ການບຸກໂຈມຕີທາງອາກາດຂອງ ອິດສະຣາແອັນ ໄດ້ແນໃສ່ເຂດ Zibqin ພາກໃຕ້ຂອງລີບັງ (ພາບ: Getty) |
ກົງກັນຂ້າມ, ກຸ່ມກຳລັງປະກອບອາວຸດ ລີບັງ ໄດ້ຍິງລູກສອນໄຟຈຳນວນ 40 ລູກ ເພື່ອແນໃສ່ບຸກໂຈມຕີເຂົ້າເຂດຮ່ອມພູ Galilee ແລະ ພູພຽງ Golan ໂດຍ ອິດສະຣາແອັນ ຄວບຄຸມ. ບໍ່ມີກໍລະນີໃດຖືກບາດເຈັບໃນບັ້ນບຸກໂຈມຕີດັ່ງກ່າວ ຍ້ອນວ່າ ລູກສອນໄຟສ່ວນຫຼາຍຖືກຕາໜ່າງຕ້ານການບຸກໂຈມຕີທາງອາກາດຂອງ ອິດສະຣາແອັນ ຕີຕ້ານ ຫຼື ຖືກຕົກລົງເຂດດິນເປົ່າວ່າງ.
ໃນຖະແຫຼງການອອກໃນຕອນບ່າຍຂອງວັນດຽວກັນ, ທ່ານນາຍົກລັດຖະມົນຕີ ອິດສະຣາແອັນ Benjamin Netanyahu ຢັ້ງຢືນວ່າ ຈະເຮັດໃຫ້ Houthi ຕ້ອງເສຍຫາຍເປັນຈຳນວນຫຼາຍ ຍ້ອນການບຸກໂຈມຕີດ້ວຍລູກສອນໄຟເລັ່ງໃສ່ ອິດສະຣາແອັນ. ສ່ວນຜູ້ນຳໜ້າກຳລັງ Houthi ທ່ານ Abdel Malek al – Houthi ກ່າວເຕືອນວ່າ ໃນຊຸມວັນຈະມາເຖິງ, ກຸ່ມນີ້ຈະດຳເນີນບັນດາບັ້ນບຸກໂຈມຕີຕ້ານຄືນ ອິດສະຣາແອັນ ທີ່ດຸເດືອດກວ່ານີ້ເພື່ອໜູນຊ່ວຍບັ້ນການຕໍ່ບັ້ນການຕໍ່ສູ້ຂອງຊາວ ປາແລັດສະຕິນ ທີ່ແກ່ຍາວຢູ່ເຂດ ກາຊາ.
ນັກຂ່າວ VOV ປະຈຳ ອີຢິບ

