ທ່ານຮອງລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ຟ້າມເຖຕຸ່ງ ກ່າວຄຳເຫັນທີ່ກອງປະຊຸມ |
ກອງປະຊຸມຕ້ານການກໍ່ການຮ້າຍ BRICS+ 2025 ດ້ວຍຫົວຂໍ້ “ຍຸດທະສາດແຫ່ງຊາດ ແລະ ພາກພື້ນໃນການຕໍ່ສູ້ຕ້ານການກໍ່ການຮ້າຍ BRICS+2025 ຕໍ່ໜ້າບັນດາສິ່ງທ້າທາຍ ແລະ ໄພນາບຂູ່ເຖິງຄວາມໝັ້ນຄົງທີ່ຫາກໍ່ປະກົດຂຶ້ນ” ເຊິ່ງໄດ້ດຳເນີນໃນວັນທີ 03 – 04 ທັນວາ, ຢູ່ນະຄອນຫຼວງ ມົດສະກູ, ສະຫະພັນ ລັດເຊຍ, ໄດ້ດຶງດູດຜູ້ແທນກວ່າ 100 ທ່ານທີ່ມາຈາກບັນດາອົງການສະເພາະກິດ, ວົງການນັກຮຽນຮູ້ຂອງບັນດາປະເທດ BRICS, ບັນດາປະເທດຄູ່ຮ່ວມມື ແລະ ຜູ້ຕາງໜ້າບັນດາອົງການຈັດຕັ້ງສາກົນ.
ໃນກອງປະຊຸມ, ບັນດາຜູ້ແທນໄດ້ເນັ້ນໜັກເຖິງຄວາມຈຳເປັນຕ້ອງເພີ່ມທະວີການສົມທົບລະຫວ່າງອົງການລັດ ທີ່ມີສິດອຳນາດ ແລະ ບັນດາອົງການຈັດຕັ້ງມະຫາຊົນໃນຂະບວນວິວັດແຫ່ງການຕໍ່ສູ້ຕ້ານການກໍ່ການຮ້າຍສາກົນ. ນີ້ແມ່ນປັດໄຈສຳຄັນປະກອບສ່ວນຮັບປະກັນສະຖຽນລະພາບ ແລະ ຄວາມໝັ້ນຄົງໃນທົ່ວໂລກ.
ບັນດາຜູ້ແທນກໍເຫັນດີຢັ້ງຢືນວ່າ ໜ້າທີ່ຈຸດສຸມແມ່ນຕ້ອງທຳລາຍລ້າງບັນດາອົງການຈັດຕັ້ງກໍ່ການຮ້າຍສາກົນຢ່າງສິ້ນເຊີງ, ໃນນັ້ນ ມີລັດອິດສະລາມອ້າງຊື່ເອງ (IS), ສະກັດກັ້ນການສວຍໃຊ້ບັນດາກຸ່ມເປົ້າໝາຍຫົວຮຸນແຮງ ແລະ ກໍ່ການຮ້າຍຄືເປັນເຄື່ອງມືດຳເນີນ “ສົງຄາມປະສົມ” ຫຼືແຊກແຊງເຂົ້າວຽກງານພາຍໃນຂອງບັນດາປະເທດທີ່ມີອະທິປະໄຕ. ກອງປະຊຸມກໍເຫັນດີເປັນເອກະພາບທັດສະນະບໍ່ນຳໃຊ້ຕາໜ່າງ ຫຼື ແຫຼ່ງກຳລັງຂອງບັນດາອົງການຈັດຕັ້ງກໍ່ການຮ້າຍເພື່ອຮັບໃຊ້ຈຸດປະສົງທາງດ້ານການເມືອງ, ເສດຖະກິດ ບໍ່ວ່າພາຍໃຕ້ຮູບແບບໃດ.
ນັກຂ່າວ VOV ປະຈຳ ສະຫະພັນ ລັດເຊຍ
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

