ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ

ຕອນເຊົ້າວັນທີ 31 ທັນວາ, ຢູ່ສຳນັກງານລັດຖະບານ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມນາຍົກລັດຖະມົນຕີ ໂອ້ລົມສົນທະນາກັບຊາວກະສິກອນ ຫວຽດນາມປີ 2024. ດ້ວຍຫົວຂໍ້ “ປຸກລຸກຄວາມຄາດຫວັງສ້າງຄວາມຮັ່ງມີ ເພື່ອພັດທະນາປະເທດຊາດວັດທະນາຖາວອນ, ມີຄວາມຜາສຸກ, ກ້າວເຂົ້າສູ່ສັງກາດໃໝ່ຢ່າງໝັ້ນແກ່ນ”, ກອງປະຊຸມດຳເນີນພາຍໃຕ້ຮູບແບບທາງໄກ ສົມທົບກັບແບບເຊິ່ງໜ້າ. ຢູ່ຈຸດເຊື່ອມຕໍ່ສຳນັກງານລັດຖະບານ, ມີຜູ້ແທນ 300 ທ່ານເຂົ້າຮ່ວມພາຍໃຕ້ການເປັນປະທານຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ພ້ອມກັບຜູ້ແທນ 4000 ທ່ານທີ່ຕາງໜ້າໃຫ້ບັນດາກະຊວງ, ຂະແໜງການ, ອົງການສູນກາງ ແລະ ທ້ອງຖິ່ນ, ຜູ້ຕາງໜ້າຊາວກະສິກອນ. ຢູ່ກອງປະຊຸມ ບັນດາຜູ້ແທນໄດ້ປຶກສາຫາລື ແລະ ຍົກອອກຫຼາຍບັນຫາລະອຽດກ່ຽວກັບແຕ່ລະຂະແໜງການ, ຂົງເຂດ, ແຕ່ລະທ້ອງຖິ່ນຕ້ອງມີລັດຖະນະໂຍໂບາຍ, ນະໂຍບາຍເອກະພາບຂອງລັດຖະບານ, ນາຍົກລັດຖະມົນຕີ.

ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັ້ກວ່າ ຕ້ອງສືບຕໍ່ສ້າງສາພັດທະນາເພື່ອບັນລຸໄດ້ເປົ້າໝາຍ “ຊົນນະບົດທັນສະໄໝ, ກະສິກຳຊີວະພາບ, ຊາວກະສິກອນທັນສະໄໝ”; ສະເໜີທຸກພາກສ່ວນພ້ອມກັນລົງມືປະຕິບັດ, ທັງສະເໜີແນະ, ທັງນຳສະເໜີມາດຕະການແກ້ໄຂ ແລະ ຕ້ອງແກ້ໄຂນະໂຍບາຍ ເພື່ອໃຫ້ບຸລິມະສິດແກ່ການພັດທະນາເພື່ອບັນລຸໄດ້ເປົ້າໝາຍໂດຍໄວ, ນຳມາເຊິ່ງຊີວິດທີ່ອີ່ມໜຳສຳລານສົມບູນພູນສຸກໃຫ້ແກ່ປະຊາຊົນ.

ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ລັດຈະລົງນາມໃນບັນດາສົນທິສັນຍາເປີດກວ້າງຕະຫຼາດສົ່ງອອກ, ແຕ່ຊາວກະສິກອນ ຕ້ອງຜະລິດໄດ້ຜະລິດຕະພັນທີ່ມີຄຸນນະພາບ ແລະ ສ້າງເຄື່ອງໝາຍການຄ້າຜະລິດຕະພັນກະເສດ, ຮູບແບບສິນຄ້າ+-ຕ້ອງແທດເໝາະກັບທຸກເງື່ອນໄຂເມື່ອສົ່ງອອກໄປຍັງບັນດາປະເທດ. ທ່ານກໍເນັ້ນໜັກວ່າ ພັກ, ລັດ ພວມສຸມໃສ່ແກ້ໄຂລະບອບລະບຽບການ ເພື່ອດຶງດູດແຫຼ່ງກຳລັງລົງທຶນເຂົ້າຂົງເຂດຊົນນະບົດ; ສຸມໃສ່ສ້າງພື້ນຖານໂຄງລ່າງຍຸດທະສາດ.