ວັນທີ 18 ກຸມພາ, ກຳລັງລຸກຮືຂຶ້ນ ຊີຣີ ບຸກໂຈມຕີເຂົ້ານະຄອນຫຼວງ Damascus (ພາບ: THX/TTXVN) |
ເມື່ອກ່າວຄຳເຫັນໃນການຖະແຫຼງຂ່າວຂອງວັນທີ 14 ທັນວາ (ຕາມເວລາທ້ອງຖິ່ນ) ຢູ່ນະຄອນ Aqaba ປະເທດ ຈໍແດນ, ທ່ານ Antony Blinken ລັດຖະມົນຕີການຕ່າງປະເທດ ອາເມລິກາ ໄດ້ແຈ້ງໃຫ້ຊາບວ່າ ບັນດານັກການທູດແຖວໜ້າຂອງ ອາເມລິກາ, ຕວັກກີ, ສະຫະພາບເອີຣົບ ແລະ ບັນດາປະເທດ ອາຣັບ ໄດ້ເຫັນດີເປັນເອກະພາບນຳກັນວ່າ ລັດຖະບານໃໝ່ຢູ່ ຊີຣີ ຕ້ອງເຄົາລົບສິດຜົນປະໂຫຍດຂອງບັນດາກຸ່ມສ່ວນໜ້ອຍ, ພາຍຫຼັງການເຈລະຈາຄັ້ງຕ່າງໆຢູ່ ຈໍແດນ ແລະ ໄດ້ພົບປະໂດຍກົງກັບກຳລັງຝ່າຍຄ້ານໂຄ່ນລົ້ມທ່ານປະທານາທິບໍດີ Bashar al – Assad. ທ່ານ Antony Blinken ໃຫ້ຮູ້ວ່າ ກອງປະຊຸມໄດ້ເອກະພາບກັນອອກແຈ້ງການຮ່ວມ ແລະ ຮຽກຮ້ອງສ້າງຕັັ້ງລັດຖະບານທີ່ມີລັກສະນະຮອບດ້ານ ແລະ ເປັນຕົວແທນ, ພ້ອມທັງເຄົາລົບສິດຂອງບັນດາກຸ່ມສ່ວນໜ້ອຍ ແລະ ບໍ່ກາຍເປັນຖານທີ່ໝັ້ນໃຫ້ແກ່ກຸ່ມກໍ່ການຮ້າຍ.
ຈໍແດນ ເປັນປະເທດບ້ານໃກ້ເຮືອນຄຽງຂອງ ຊີຣີ, ໄດ້ຈັດກອງປະຊຸມສາກົນກ່ຽວກັບ ຊີຣີ ໂດຍມີການເຂົ້າຮ່ວມຂອງລັດຖະມົນຕີການຕ່າງປະເທດ ອາເມລິກາ, ທູດພິເສດ ສປຊ ກ່ຽວກັບ ຊີຣີ ແລະ ຜູ້ຕາງໜ້າຂັ້ນສູງຂອງສະຫະພາບເອີຣົບ ຮັບຜິດຊອບນະໂຍບາຍພົວພັນຕ່າງປະເທດ ແລະ ຄວາມໝັ້ນຄົງ, ພ້ອມດ້ວຍລັດຖະມົນຕີການຕ່າງປະເທດບັນດາປະເທດຄື ຕວັກກີ, ຈໍແດນ, ອາຣັບບີ ຊະອຸດິ...

