ຊາວລີ້ໄພ ຊີຣີ (ພາບ: THX/TTXVN) |
ໂດຍສືບຕໍ່ບັນດາຄວາມມານະພະຍາຍາມສາກົນ ເພື່ອແນໃສ່ປົກປ້ອງຄວາມເປັນເອກະພາບ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງ ຊີຣີ, ຢູ່ກອງປະຊຸມສຸດຍອດ ອົງການຮ່ວມມືເສດຖະກິດ ກຸ່ມ 8 ປະເທດອິດສະລາມຫຼັກແຫຼ່ງພວມພັດທະນາ (D-8) ຄັ້ງທີ 10 ໄດ້ດຳເນີນໃນວັນທີ 19 ທັນວາ, ຢູ່ເອຢິບ, ບັນດາການນຳ D-8 ໄດ້ຮຽກຮ້ອງປະຊາຄົມສາກົນ ແລະ ບັນດາຝ່າຍທີ່ກ່ຽວຂ້ອງມີການກະທຳຢ່າງມີຄວາມຮັບຜິດຊອບ, ເຄົາລົບຄວາມມຸ່ງຫວັງຂອງປະຊາຊົນ ຊີຣີ.
ທ່ານປະທານາທິບໍດີ ຕວັກກີ Recep Tayyip Erdogan ໄດ້ຊຸກຍູ້ບັນດາຝ່າຍຈົ່ງປະຕິບັດວິວັດທະການໄກ່ເກ່ຍ ແລະ ຟື້ນຟູປະເທດ ຊີຣີ. ການນຳຕວັກກີ ກໍ່ເນັ້ນໜັກເຖິງຄວາມຈຳເປັນຕ້ອງດັບສູນ ແລະ ລົບລ້າງລັດທິກໍ່ການຮ້າຍ, ຮັບປະກັນບັນດາສະມາຄົມສາສະໜາ ແລະ ຄົນຊົນເຜົ່າຢູ່ຊີຣີ ໄດ້ດຳລົງຊີວິດຮ່ວມກັນໃນສັນຕິພາບ.
ໃນຂະນະນັ້ນ, ທ່ານປະທານາທິບໍດີ ອີຣານ ຖືວ່າ ລັດຖະບານຊຸດໃໝ່ຢູ່ ຊີຣີ ຕ້ອງມີການເຂົ້າຮ່ວມຂອງທຸກຝ່າຍ, ທຸກກຳລັງ. ທ່ານປະທານາທິບໍດີ ອີຣານ ກໍ່ຮຽກຮ້ອງໃຫ້ເຄົາລົບຄວາມແຕກຕ່າງກັນກ່ຽວການເຊື່ອຖືເຫຼື້ອມໃສ ແລະ ສາສະໜາລະຫວ່າງບັນດາວົງຄະນະຍາດຢູ່ຊີຣີ.

