ບັນດານາຍທະຫານ ອາເມລິກາ ຢູ່ ຊີຣີ (ພາບ: CBS News) |
ຈຸດໝາຍປາຍທາງຂອງຂະບວນລົດດັ່ງກ່າວແມ່ນບັນດາຖານທີ່ໝັ້ນການທະຫານພວມເຄື່ອນໄຫວຢູ່ 2 ແຂວງ Al Hasakah ແລະ Deir Ezzor ທາງທິດຕາເວັນອອກສ່ຽງເໜືອ ຊີຣີ ຂອງກອງທະຫານປະສົມສາກົນ ໂດຍ ອາເມລິກາ ນຳໜ້າ. ຊ່ອງໂທລະພາບ Al Arabiya ຂອງ ອາຣັບບີ ຊະອຸດິ ຕີລາຄາວ່າ ນີ້ແມ່ນການເພີ່ມທະວີກຳລັງຄັ້ງໃຫຍ່ຂອງກອງທະຫານປະສົມສາກົນ ໄປຍັງ ຊີຣີ, ນັບແຕ່ເມື່ອຝ່າຍຄ້ານໂຄ່ນລົ້ມອຳນາດການປົກຄອງຂອງທ່ານປະທານາທິບໍດີ ຊີຣີ Bashar Al Assad ໃນວັນທີ 8 ທັນວາ.
ການເພີ່ມທະວີກຳລັງໄປຍັງ ຊີຣີ ນັ້ນ ໄດ້ສະແດງໃຫ້ເຫັນວ່າ ກອງທະຫານປະສົມສາກົນ ພວມຍູ້ແຮງການແຊກແຊງເຂົ້າວິກິດການຢູ່ ຊີຣີ ພາຍຫຼັງທີ່ອຳນາດການປົກຄອງສູນກາງປະເທດນີ້ຖືກໂຄ່ນລົ້ມ.
ບ໊າທີ, ນັກຂ່າວ VOV ປະຈຳ ອີຢິບ

