ທ່ານພົນເອກ ຫງວຽນເຕິນເກືອງ, ເສນາທິການໃຫຍ່ ກອງທັບປະຊາຊົນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ (ພາບ: VOV) |
"ກອງທັບປະຊາຊົນ ຫວຽດນາມ ໃຫ້ຄຳໝັ້ນສັນຍາສືບຕໍ່ປະກອບສ່ວນສ້າງອາຊຽນ ສາມັກຄີ, ພັດທະນາແບບຍືນຍົງ" ນີ້ແມ່ນການຢັ້ງຢືນຂອງ ທ່ານພົນເອກ ຫງວຽນເຕິນເກືອງ, ເສນາທິການໃຫຍ່ ກອງທັບປະຊາຊົນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຢູ່ກອງປະຊຸມຜູ້ບັນຊາການທະຫານສູງສຸດ ອາຊຽນ ຄັ້ງທີ 22 (ACDFM-22) ທີ່ໄດ້ດຳເນີນໃນຕອນເຊົ້າ ວັນທີ 10 ກັນຍາ, ຢູ່ນະຄອນຫຼວງ Kuala Lumpur (ມາເລເຊຍ).
ໃນບົດກ່າວຄຳເຫັນ, ທ່ານພົນເອກ ຫງວຽນເຕິນເກືອງ ຖືວ່າ ຍິ່ງກວ່າເວລາໃດໝົດ, ອາຊຽນ ຕ້ອງເສີມຂະຫຍາຍບົດບາດເປັນໃຈກາງ ແລະ ປັບປຸງຄວາມສາມັກຄີພາຍໃນກຸ່ມດ້ວຍການກະທຳລະອຽດເພື່ອຜ່ານຜ່າສິ່ງທ້າທາຍລວມ. ທ່ານພົນເອກ ຫງວຽນເຕິນເກືອງ ສະເໜີ 4 ການກຳນົດທິດໃນການຮ່ວມມືດ້ານການທະຫານ - ປ້ອງກັນຊາດ ອາຊຽນ, ລວມມີ: ສືບຕໍ່ປັບປຸງຄວາມສາມັກຄີ ແລະ ບົດບາດເປັນໃຈກາງຂອງ ອາຊຽນ, ເສີມຂະຫຍາຍບັນດາກົນໄກຮ່ວມມືດ້ານປ້ອງກັນຊາດທີ່ມີຢູ່ແລ້ວຢ່າງມີປະສິດທິຜົນ, ເພີ່ມທະວີການແບ່ງປັນຂໍ້ມູນຍຸດທະສາດລະຫວ່າງບັນດາກຳລັງກອງທັບ ອາຊຽນ, ເພີ່ມທະວີການຮ່ວມມືຍົກສູງຄວາມສາມາດໃນການຮັບມືກັບບັນດາໄພນາບຂູ່ດ້ານຄວາມໝັ້ນຄົງແບບໃໝ່, ກ່ອນອື່ນໝົດແມ່ນຄວາມປອດໄພທາງເຄືອຂ່າຍອິນເຕີເນັດ, ຊຸກຍູ້ການພົບປະແລກປ່ຽນດ້ານປ້ອງກັນຊາດ, ໂດຍຜ່ານບັນດາການເຄື່ອນໄຫວທີ່ມີໄຫວພິບ, ສອດຄ່ອງກັບເງື່ອນໄຂຂອງແຕ່ລະປະເທດ.
ກ່ຽວກັບສະພາບການຢູ່ທະເລຕາເວັນອອກ, ທ່ານພົນເອກ ຫງວຽນເຕິນເກືອງ ຢັ້ງຢືນ ຫວຽດນາມ ຍາມໃດກໍ່ຢຶດໝັ້ນຕໍ່ຫຼັກການແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ບົນພື້ນຖານເຄົາລົບເອກະລາດ, ອະທິປະໄຕ ແລະ ຜົນປະໂຫຍດອັນຊອບທຳຂອງບັນດາປະເທດ, ປະຕິບັດຕາມກົດໝາຍສາກົນ, ພິເສດແມ່ນສົນທິສັນຍາສາກົນກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982 (UNCLOS 1982).

