|
ພາບ:TTXVN |
ຕອນບ່າຍວັນທີ 29 ຕຸລາ, ທ່ານ ຫງວຽນກວັກຢູງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ແລະ ທ່ານ ທອງສະຫວັນ ພົມວິຫານ ຮອງລັດຖະມົນຕີກະຊວງການຕ່າງປະເທດ ລາວ, ເປັນປະທານຮ່ວມ ກອງປະຊຸມປຶກສາຫາລືດ້ານການເມືອງຄັ້ງທີ 5 ລະຫວ່າງກະຊວງການຕ່າງປະເທດສອງປະເທດ ຫວຽດນາມ ແລະ ລາວ ຕາມຮູບແບບຜ່ານທາງອອນລາຍ.
ສອງຝ່າຍໄດ້ຕີລາຄາສູງການຮ່ວມມືລະຫວ່າງສອງປະເທດໃນວຽກງານປ້ອງກັນສະກັດກັ້ນໂລກລະບາດໂຄວິດ-19, ກໍ່ຄືໃນການຜັນຂະຫຍາຍບັນດາການເຄື່ອນໄຫວການຮ່ວມມືໃນບັນດາຂົງເຂດຫຼັກແຫຼ່ງຄື ການເມືອງ, ການ ປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ເສດຖະກິດ, ການລົງທຶນ, ວັດທະນະທຳ, ການໂຄສະນາ ແລະ ການສຶກສາບຳລຸງສ້າງ. ສອງຝ່າຍເຫັນດີໃນສະພາບການທັງ ຫວຽດນາມ ແລະ ລາວ ລ້ວນແຕ່ຄວບຄຸມເຊື້ອພະຍາດໂດຍພື້ນຖານແລ້ວ, ຄວນສ້າງເງື່ອນໄຂສະດວກກ່ວາອີກໃຫ້ແກ່ການໄປມາຂອງປະຊາຊົນ ແລະ ການຈະລາຈອນສິນຄ້າລະຫວ່າງສອງປະເທດ, ຕາມນັ້ນແລ້ວ ຄວນເຫັນດີແຜນການເປີດ ບັນດາດ່ານຊາຍແດນທາງບົກຄືນໃໝ່ ແລະ ເຊື່ອມຕໍ່ບັນດາຖ້ຽວບິນການຄ້າໂດຍໄວຕາມເນື້ອໃນຈິດໃຈການຊີ້ນຳຂອງການນຳຂັ້ນສູງຂອງສອງປະເທດ.
ສອງຝ່າຍກໍ່ໄດ້ປຶກສາຫາລືກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ. ສອງຝ່າຍເຫັນດີສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນຊື່ງກັນແລະກັນ ຢູ່ບັນດາເວທີປາໄສພາກພື້ນ, ສາກົນ, ເປັນຕົ້ນແມ່ນໃນຂອບເຂດ ອາຊຽນ ແລະ ບັນດາກົນໄກຮ່ວມມືອະນຸພາກພື້ນ.
ສອງຝ່າຍເຫັນດີເປັນເອກະສັນວ່າ ຈະຈັດຕັ້ງກອງປະຊຸມປຶກສາຫາລືດ້ານການເມືອງຄັ້ງ ຕໍ່ໄປຢູ່ ລາວ ໃນປີ 2021.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

