(ທີ່ກອງປະຊຸມ) |
ຕອນບ່າຍວັນທີ 29 ທັນວາ, ຢູ່ສຳນັກງານລັດຖະບານ, ທີ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມຄັ້ງທີ 4 ຄະນະຊີ້ນຳການກວດກາຄືນ ແລະ ຈັດຕັ້ງປະຕິບັດການແກ້ໄຂບັນດາສິ່ງທີ່ຂ້ອງຄາຄັດໃນລະບົບກົດໝາຍ.
ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການສຸມໃສ່ສ້າງຮາກຖານຂໍ້ມູນ, ນຳໃຊ້ປັນຍາປະດິດ, ການຫັນເປັນດີຈີຕອນໃນການສ້າງກົດໝາຍ. ສຳລັບໝາກຜົນການກວດກາເອກະສານນິຕິກຳຮັບຜົນສະທ້ອນຈາກການສັບຊ້ອນກົງຈັກລັດ. ທ່ານນາຍົກລັດຖະມົນຕີຮຽກຮ້ອງປະກາດໃຊ້ເອກະສານໃນການຫັນກົງຈັກໃຫ້ກະທັດລັດ, ບໍ່ປະໃຫ້ຖືກຕັດຕອນໃນເວລາສ້າງກົງຈັກໃຫ້ສົມບູນແບບ. ພ້ອມກັນນັ້ນ, ທ່ານກໍ່ຮຽກຮ້ອງກວດກາຄືນເອກະສານເພື່ອສ້າງຄວາມສະດວກໃຫ້ທຸກແຫຼ່ງກຳລັງ, ໃຫ້ບຸລິມະສິດແກ່ການເຕີບໂຕ.

